ສະແດງຄວາມເສຍໃຈນຳຄອບຄົວ

ຄົນໂຫດແນວກະມີນໍ ຊາຍໄວພໍ່ຄົນກຳລັງໄປໃສ່ບາດແຕ່ຖືກເພື່ອນບ້ານເອົາໄມ້ຟາດຫົວຈົນເສຍຊີວິດ ປະກາດນຳຈັບຄາດຕະກອນໂຫດ ທີ່ຍັງຫລົບຫນີ ເຊິ່ງເຟສບຸກຜູ້ລູກໄດ້ໂພດໄວ້ວ່າ:

,

ສະບາຍດີ ຂໍກະບອກສຽງທາງສັງຄົມ ແລະ ສື່ອອນລາຍເຮົາຂໍຄວາມຊ່ວຍເຫລືອແດ່ ຄືວ່າພໍ່ເຮົາໄປໃສ່ບາດແລ້ວຖືກຄົນຂ້າງບ້ານເອົາໄມ່ຟາດຫົວຈາກທາງຫລັງຕອນພໍ່ກຳລັງນັ່ງໃສ່ບາດຢູ່

ສາເຫດແມ່ນ ມັນຜິດກັບເມຍແລ້ວເມຍບໍ່ໃຫ້ເຂົ້າເຮືອນ ແລະ ຕອນເຊົ້າພໍ່ໄປໃສ່ບາດຕອນ 6 ໂມງເຊົ້າ ລະຍ່າງກາຍຫນ້າບ້ານມັນລະມັນວ່າພໍ່ຫລຽວເບີ່ງມັນລະມັນເອົາໄມ້ຄ້ອນນຳໄປຟາດຫົວພໍ່ຢູ່ບ່ອນໃສ່ບາດຈົນບາດເຈັບສາຫັດ

..

(ມີພະຍານເຫັນຈຳນວນຫຼາຍ) ແລະ ນອນຫ້ອງຟື້ນຟູຊີບໄດ້8ມື້ທີ່ໂຮງຫມໍ, ປະຈຸບັນພໍ່ໄດ້ເສຍຊີວິດແລ້ວຢາກຂໍຄວາມເຫັນໃຈຊ່ວຍປະກາດນຳຕາມຫາຜູ້ກໍ່ເຫດແດ່ເພາະຕອນນີ້ມັນຫລົບຫນີໄປ ແລະ ຄອບ ຄົວມັນກໍ່ບໍ່ມາຮັບຜິດຊອບ

ຂໍຄວາມເຫັນໃຈນຳທຸກຄົນຊ່ວຍເປັນຫູເປັນຕາເບີ່ງຂ້າຕະກອນຜູ້ນີ້ໃຫ້ແດ່ຖ້າໃຜພົບເຫັນ #ເຮົາມີເງີນສົມມະນາຄຸນໃຫ້

ຄຳສັ່ງຈັບຕົວ ທ້າວ ພອນວິໄລ ເມກສຸລີນ (ຂ້າຕະກອນ)

#ພໍ່ໄປໃສບາດກໍ່ຖືກຄົນມາຂ້າ ສັງຄົມລາວເຮົາບໍ່ຄວນມີຂ້າຕະກອນ

..

ປະກາດນຳຈັບຄາດຕະກອນໂຫດ ທີ່ຍັງຫລົບຫນີ

ຄລີບສົງສະການ

ຊົມຄລິບ

Leave a Reply

Your email address will not be published. Required fields are marked *

Back to top button