ເຫັນແລ້ວຮູ້ສຶກເຫັນອົກເຫັນໃຈ ຊີວິດເຮົາຕ້ອງສູ້ອີ່ຫຼີຕາບໃດທີ່ຍັງມີລົມຫາຍໃຈ

ຜູ້ໃຊ້ FB: Noui Simoukda ໄດ້ໂພດສຮູບພາບພໍ່ຕູ້ນັ່ງພັກເມື່ອຍພ້ອມລໍ້ ແລະ ແກັດຂອງເພິ່ນ ໂດຍໃສ່ Caption ວ່າ:

.

ມື້ໄດ້ແກັດຫຼາຍ ກະເປັນທຸກນໍ ຕູ້ເອີຍ (ບໍ່ມີແຮງຍູ້ລໍ້ຂື້ນຄ້ອຍ) ຖາມຊື້ນໍາກະບໍ່ຂາຍໃຫ້ ແພງໄວ້ຂາຍໃຫ້ຂາປະຈໍາ ໂອຍຍນໍນັ່ງພັບແກັດ ເຊົ່າງາບເຊົ່າເງີຍ ພັບແຕ່10ໂມງເຊົ້າ ຈົນຕອນນີ້3:30 ຫາກະແລ້ວ

ແນວໃດກະຢ່າເດີ ພໍ່ແມ່ເຮົາ ບັ້ນປາຍຊີວິດ ລ້ຽງເອົາເພິ່ນແນ່ ເຂົ້າດ້າມຈານ ນໍ້າດ້າມຈອກ ກະຊິເປັນໄປບໍ່ໄດ້ ບໍເດ? (ເລາະເກັບແກັດທຸກມື້ພໍໄດ້ລ້ຽງຊີບ ມີລູກ ພັດລູກຕິດຢາ) ນີ້ລະນໍ ຊິວິດຄົນ ບໍ່ສໍ່າກັນແທ້ໆ

.

ແອດເຫັນແລ້ວຮູ້ສຶກເຫັນອົກເຫັນໃຈ ຊີວິດເຮົາຕ້ອງສູ້ອີ່ຫຼີຕາບໃດທີ່ຍັງມີລົມຫາຍໃຈ ວາດສະໜາຄົນເຮົາຕ່າງກັນ

.

ແຕ່ຖ້າເຮົາບໍ່ຍອມແພ້ຕໍ່ຊີວິດຈົ່ງສູ້ສະ ພໍ່ຕູ້ເພິ່ນເປັນບົດຮຽນໃຫ້ຫຼາຍຊີວິດເລີຍວ່າບໍ່ວ່າເຮົາຈະອາຍຸຫຼາຍປານໃດຖ້າພາລະບັງຄັບໃຫ້ເຮົາເຮັດເຮົາກໍ່ຕ້ອງສູ້ເຮັດ ເພື່ອຄວາມຢູ່ລອດແອດຂໍໃຫ້ພໍ່ຕູ້ເຈີແຕ່ສິ່ງທີ່ດີແລະຜ່ານຄວາມທຸກຍາກນີ້ໄປໃຫ້ໄດ້ໄວໆເດີ້.

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button