ນັກກິລາຍິງປືນ ປກສ ຄວ້າ 4 ຫຼຽນຄຳ ໃນການແຂ່ງຂັນ ຍິງປືນ ຊຽງຂວາງເກມ

ສາວນັກແມ້ນປືນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ມາແຮງປະເດີມ 4 ຫຼຽນຄຳ ໃຫ້ທັບ ປກສ ໃນການແຂ່ງຂັນ ຍິງປືນ ຊຽງຂວາງ ເກມ ຈັດຂຶ້ນໃນມື້ນີ້ 14 ພະຈິກ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ

,

ລາຍການກິລາຍິງປືນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ຈັດຂຶ້ນຢູ່ແຂວງຊຽງຂວາງ ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກ 2022 ທີ່ສະໜາມກິລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ

ເຊິ່ງກິລາຍິງປືນຂອງກະຊວງ ປກສ ສາມາດຍາດໄດ້ 4 ຫຼຽນທໍາອິດ ໂດຍມີປະເພດແຂ່ງຂັນຄື: ຍິງດ່ຽວ, ທີມຍິງ, ຊາຍດ່ຽວ ແລະ ທີມຊາຍ.

ການແຂ່ງກິລາຍິງປືນໃນງານກິລາແຫ່ງຊາດຄັ້ງທີ່ 11 ມີ 9 ພາກສ່ວນເຂົ້າຮ່ວມແຂ່ງຂັນຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ;

ກິລາຍິງປືນ ເປັນ 1 ໃນ 2 ປະເພດກິລາ ມາແຂ່ງຂັນຢູ່ນະຄອນຫຼວງຕໍ່ຈາກກິລາລອຍນໍ້າ ໂດຍເກືອບ 30 ລາຍການຂອງກິລາຍິງປືນ ທີ່ຊິງໄຊໃນງານກິລາແຫ່ງຊາດຄັ້ງນີ້ ມາແຂ່ງຂັນຢູ່ສະໜາມກິລາຍຶງປືນ 5 ເມສາ ແລະ

ບາງລາຍການຈະແຂ່ງຂັນຢູ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງໃນໄລຍະກາງເດືອນທັນວາເຊັ່ນ: ປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ ເຊິ່ງແຂ່ງຂັນທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ຜ່ານການແຂ່ງຂັນ ປະເພດຍິງດ່ຽວຫຼຽນຄຳເປັນຂອງ ນາງ ໄພວອນ ວົງພະຈັນ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 371 ຄະແນນ, ຫຼຽນເງິນ ນາງ ແສງແກ້ວ ມະນີເຟືອງ ຈາກກະຊວງປ້ອງກັນປະເທດໄດ້ 369 ຄະແນນ ແລະ ຫຼຽນທອງຮ່ວມເປັນຂອງສອງນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ.

ປະເພດທີມຍິງ ຫຼຽນຄຳເປັນຂອງ ກະຊວງປ້ອງກັນຄວາມສະຫງົບຍິງໄດ້ 1092 ຄະແນນ, ຫຼຽນເງິນ ກະຊວງປ້ອງກັນປະເທດ ໄດ້ 1078 ຄະແນນ, ຫຼຽນທອງຮ່ວມ ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ.

ປະເພດຊາຍດ່ຽວ ປືນສັ້ນອັດລົມ 10 ແມັດ ຫຼຽນຄຳເປັນຂອງທ້າວ ນິກອນ ປັນຍາວົງ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 561 ຄະແນນ, ຫຼຽນເງິນ ທ້າວ ສົມຈັນ ໄຊສົມມີ ຈາກກະຊວງປ້ອງກັນປະເທດໄດ້ 555 ຄະແນນ ແລະ ຫຼຽນທອງຮ່ວມເປັນຂອງນັກກິລາຈາກກະຊວງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.

ຍິງປືນ ຊຽງຂວາງ ເກມ ມີການແບ່ງອອກເປັນ 3 ໄລຍະ ກໍຄື ໄລຍະທຳອິດ ແຂ່ງຂັນທີ່ສະໜາມຍິງປືນ 5 ເມສາ ເລີ່ມລະຫວ່າງວັນທີ 14-20 ພະຈິກ 2022 ມີການຊີງໄຊ 11​ ຫຼຽນຄຳ ປະກອບມີ ປືນສັ້ນອັດລົມ ດ່ຽວຍິງ-ຊາຍ ແລະ ທີມຍິງ-ທີມຊາຍ,​ ປືນຍາວອັດລົມ ຍິງ-ຊາຍ, ປືນສັ້ນຍິງຊ້າ 50 ແມັດຊາຍ, ປືນຍາວທ່ານອນຍິງ, ປືນຍາວ 3 ທ່າ ຊາຍ, ປືນຍາວ 3 ທ່າ ຍິງ-ຊາຍ.​
ຜົນປະກົດວ່າ:

ປະເພດປືນສັ້ນອັດລົມປະເພດດ່ຽວຍິງ
– ຫຼຽນຄຳ ປກສ

ຈາກນາງ ໄພວອນ ວົງພະຈັນ ຍິງໄດ້ 371 ຄະແນນ.
– ຫຼຽນເງິນ ກອງທັບ

ຈາກນາງ ແສງແກ້ວ ມະນີເຟືອງ ຍິງໄດ້ 369 ຄະແນນ.
– ຫຼຽນທອງ ຮ່ວມ ເປັນຂອງນັກກິລາ ປກສ ທັງສອງ

ຈາກນາງ ມະນີວອນ ວົງໄຊ ຍິງໄດ້ 362 ຄະແນນ ແລະ ນາງ ສຸກທະສອນ ພິມມະສອນ ຍິງໄດ້ 359 ຄະແນນ.​
ປະເພດປືນສັ້ນອັດລົມປະເພດທີມຍິງ
– ຫຼຽນຄຳ

ປກສ

1. ນາງ ໄພວອນ ວົງພະຈັນ

2. ນາງ ມະນີວອນ ວົງໄຊ

3. ນາງ ສຸກທະສອນ ພິມມະສອນ
ຍິງໄດ້ 1.092 ຄະແນນ.
– ຫຼຽນເງິນ

ກອງທັບ

1. ນາງ ແສງແກ້ວ ມະນີເຟືອງ

2. ນາງ ພຸດສະດີ ພົມມະຈັນ

3. ນາງ ລັດຕະນະ ອິນທະວົງ

ຍິງໄດ້ 1,078 ຄະແນນ.

– ຫຼຽນທອງຮ່ວມ

ນະຄອນຫຼວງວຽງຈັນ

1. ນາງ ກົງຄຳ ບົວແສງພະຈັນ

2. ນາງ ຕຸ້ມເງິນ ທອງຄຳສຸກ

3. ນາງ ພຸດສະຫວັນ ຄຳມະນີວົງ

ຍິງໄດ້ 1,061 ຄະແນນ.

ແຂວງຊຽງຂວາງ

1. ນາງ ບົວໄລ ວັນນະສົດ

2. ນາງ ຈັນດາວັນ ເຮືອງສະຫວັນ

3. ນາງ ປານີ ສາຍວົງສາ

ຍິງໄດ້ 945 ຄະແນນ.

ລາຍການຍິງປືນ ຊຽງຂວາງ ເກມ ມີການຊີງໄຊທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ ສຳລັບມື້ທຳອິດ ແຂ່ງຂັນຍິງປືນສັ້ນອັດລົມ ໄລຍະ 10 ແມັດປະເພດດ່ຽວຍິງ ແລະ ທີມ ຍິງ-ຊາຍ ມີ 4 ພາກສ່ວນເຂົ້າຮ່ວມ ປະກອບມີ ປກສ, ກອງທັບ ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ.​

ລາຍການດັ່ງກ່າວແຂ່ງຂັນ ສອງຮອບ ຄັດເລືອກເອົາຄະແນນທີ່ດີທີ່ສຸດຈາກຄະແນນປະເພດດ່ຽວ ແລະ ທີມ ທັງຊາຍ ແລະ ຍິງ ມາສະສົມ ແລະ ບວກກັນ ໄດ້ຫຼຽນຄຳໄປຄອງ ສຳລັບປະເພດຊາຍ ຈະໄດ້ຍິງຮອບລະ 60 ລູກ ແລະ ປະເພດຍີງ ຍິງ ຮອບລະ 40 ລູກ.

ທີ່ມາ: Lao Sport Media

Leave a Reply

Your email address will not be published. Required fields are marked *

Back to top button