ໂສມໜ້າຕຳຫຼວດຜູ້ຄາດຕະກຳເມຍຊາວບ້ານ

ໂສມໜ້າຕຳຫຼວດຜູ້ຄາດຕະກຳເມຍຊາວບ້ານ ນາງຝົນ ທີ່ປາກເຊ ຮ້ອຍໂທ ປະສານສັກ ວິຊາເທບ

ລາຍງານການສຶບສວນສອບສວນໃນຄັ້ງວັນທີ27/12/2022 ເວລາປະມານ 18ໂມງ30ນາທີ ໄດ້ມີເຫດການຄາດກະກຳເກີດຂຶ້ນທີ່ບ້ານ ສວນສະຫວັນ ນະຄອນປາກເຊ ແຂວງ ຈຳປາສັກ

ຜ່ານການລົງກວດກາສະຖານທີ່ເກີດເຫດ ຂອງເຈົ້າຫນ້າທີ່ວິຊາສະເພາະ ປກສ ນະຄອນປາກເຊ ແຂວງ ຈຳປາສັກ ແມ່ນພົບເຫັນຜູ້ເສຍຊີວິດ 02 ຄົນ ຢູ່ສານທີ່ເກີດເຫດ

ຜູ້ ທີ1 ຊື່ນາງ ຄຳຟອງ (ຝົນ)ອາຍຸ 34 ປີ ສັນຊາດລາວ ເຊື້ອຊາດຫວຽດ( ພໍ່ຫວຽດແມ່ລາວ)ອາຊີບຄ້າຂາຍ ບ້ານຢູ່ສວນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ ຊື່ຜົວ ທ້າວ ສົມປະເສີດ ມະນີບົດ ອາຍຸ 58 ປີ ອາຊີບ ນັກທຸລະກິດ ບ້ານຢູ່ສວນສະຫວັນ ນະຄອນປາກເຊ

ຜູ້ທີ 02 ເສຍຊີວິດ ຊື່ທ້າວ ປະສານສັກ ວິຊາເທບ ອາຍຸປະມານ 34 ປີ ອາຊີບ ພະນັກງານຕຳຫລວດ ຊັ້ນ ຮ.ທ ກົມກອງສັງກັດ ກອງພັນປ້ອງກັນເຄື່ອນທີ່ແຂວງ ຈຳປາສັກ

ຕາມຂໍ້ມູນເບື້ອງຕົ້ນ ຜູ້ຕາຍມີການພົວພັນແບບຊູ້ສາວ ໃນຕອນເກີດເຫດ ທ້າວ ປະສານສັກ ຂີ່ລົດຈັກເຂົ້າມາຫານາງ ຄຳຟອງ ຢູ່ເຮືອນ ມີລັກຊະນະເມົາແດ່ ພ້ອມມີປືນ AK ຕິດຕົວມານຳ ແລ້ວໄດ້ເຫັນນາງ ຄຳຟອງ ກຳລັງນັ່ງກີນເຂົ້າພ້ອມກັບຜົວ ແລະ ລູກສາວສອງຄົນ ອາຍຸ 5 ປີ ແລະ 3 ປີ

ທ້າວ ປະສານສັກ ໄດ້ປົດເອົາປືນAK ອອກຈາກບ່າຂອງຕົນແລ້ວຍີງຂຶ້ນຟ້າ 03 ນັດ ຈາດນັ້ນເວົ້າກັບນາງ ຄຳຟອງວ່າ ເອົາບໍຄົນລະລູກ ແລ້ວທ້າວ ປະສານສັກກໍ່ຍີງປືນໃສ່ຫົວຂອງນາງ ຄຳຟອງ 01 ນັດ ຕາຍຄາທີ່ ແລ້ວ ທ້າວ ປະສານສັກ ກໍ່ເອົາປືນບອກດຽວກັນ ຍີງຕົວເອງຕາຍຄາທີ່

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button