ເປັນຕາຢ້ານແທ້ໆ! ເຫດຊາຍໃຊ້ຊວ້ານເຂົ້າໄປທຳຮ້າຍຮ່າງກາຍປະຊາຊົນ

. ເຕືອນສັງຄົມເລື່ອງມີຢູ່ວ່າ ຕອນເຊົ້າຂອງວັນທີ1/3/023ໄດ້ມີຊາຍຄົນໜຶ່ງເຂົ້າໄປທຳຮ້າຍຮ່າງກາຍອາຂອງຂ້ອຍທີ່ກຳລັງແຕ່ງກິນຢູ່ເຮືອນຄົວ

ເຫດການດັ່ງກ່າວ, ຄົນຮ້າຍໄດ້ໃຊ້ຊວ້ານສັບເຂົ້າລຳຕົວ ຫົວ ແລະ ໃບໜ້າ ຜູ້ຍິງແຕ່ໂຊກດີມີຄົນເຂົ້າມາຊ່ວຍໄວ້ທັນ ອາການເບື້ອງຕົ້ນແມ່ນມີບາດແຜຕາມລຳຕົວ ໃບໜ້າເປັນຮອຍແຜ ແລະ ຫົວແຕກໄດ້ຍິບ 20 ກວ່າເຂັມ,

ຖ້າບໍ່ດັ່ງນັ້ນແມ່ນຕາຍຫຼືສາຫັດກ່ວານີ້ແທ້ໆລຳຕົວບໍ່ສາຫັດປານໃດເພາະມີເສື້ອໜາຫຸ້ມໄວ້ພຽງແຕ່ເປັນຮອຍແຕ່ປານນັ້ນກະຖືກຫຍິບໄປຊາວປາຍເຂັມໂອ້ຍບໍ່ຢາກຄິດ…

ຕໍ່ເຫດການດັ່ງກ່າວກໍຂໍໃຫ້ທຸກຄົນມີສະຕິລະມັດລະວັງຕົວ ແລະ ປ້ອງກັນຕົວເອງຈາກຄົນບໍ່ດີທີ່ເປັນພິດໄພຕໍ່ສັງຄົມ.

ຊາຍຄົນນັ້ນຊາບວ່າຕິດຢາຢ່າງໜັກແລະເຄີຍເຂົ້າມາຂໍເງິນນຳຂ້ອຍ2-3ເທື່ອແລ້ວຂ້ອຍໃຫ້ເງິນກັບມັນເພາະຂ້ອຍຢ້ານມັນ…ມີສະຕິແດ່ເດີທຸກຄົນເຫັນແຕ່ຢູ່ນຳຂ່າວທີໄກໂຕເອງສຸດທ້າຍມາຖືກໃກ້ໂຕເອງ

ສັງຄົມທຸກມື້ນີ້ມັນຊ່າງຢູ່ຍາກແລະບໍ່ປອດໄພແທ້ໆລະວັງແດ່ເດີທຸກຄົນຈັບໄປໃຫ້ແດ່ເທາະເລາະຢູ່ແຖວບ້ານນີ້ລະຢ່າປ່ອຍອອກມາເດີ້ເຮືອນຂ້ອຍແຮ່ງບໍ່ມີຜູ້ຊາຍຢ້ານເດະເຫດເກີດຢູ່ທີ່ ບ ຫ້ວຍທົນ ມ ໂພນໂຮງ ຂ ວຽງຈັນ

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button