ນາຍົກກຳປູເຈຍມອບໂມງທີ່ລະລຶກໃຫ້ແກ່ສະມາຊິກໃນກອງປະຊຸມສຸດຍອດອາຊຽນ

ທ່ານ ຮຸນແຊນ ນາຍົກລັດຖະມົນຕີຂອງກຳປູເຈຍ ກຽມມອບໂມງສາຍແຂນສຸດຫຼູຫຼາ ທີ່ຜະລິດຢ່າງປາໜີດໃນປະເທດ ເພື່ອເປັນເຄື່ອງທີ່ລະລຶກໃຫ້ແກ່ບັນດາຜູ້ນຳນາໆຊາດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ທີ່ນະຄອນພະນົມເປັນໃນອາທິດນີ້.

ວັນທີ 10 ພະຈິກ ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ ທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ  ຈະມອບໂມງສາຍແຂນເປັນຂອງຂວັນທີ່ລະລຶກໃຫ້ກັບບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນນະຄອນຫຼວງພະນົມເປັນ ລະຫວ່າງ 10-13 ພະຈິກ.

ໂດຍທ່ານ ທ່ານ ຮຸນແຊນ ໄດ້ອອກມາໂພສຮູບພາບທາງເຟສບຸກ ກ່ຽວກັບໂມງສາຍແຂນ ລຸ້ນໃໝ່ທີ່ຜະລິດມາພຽງ 25 ອັນ ເຊິ່ງໂຕໜ່ວຍໂມງນັ້ນໄດ້ສະລັກຄຳວ່າ “ASEAN Cambodia 2022” ແລະ  “Made in Cambodia”.

ການມອບໂມງສາຍແຂນຄັ້ງນີ້ ເປັນສ່ວນໜຶ່ງຂອງການພັດທະນາດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງກຳປູເຈຍ ເນື່ອງຈາກຜະລິດ ແລະ ປະກອບໂດຍຊ່າງຂອງກຳປູເຈຍທັ້ງໝົດ.

ຊົມຄລີບ ຄວາມງາມຂອງໂມງ

ຊົມຄລີບ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ

Leave a Reply

Your email address will not be published. Required fields are marked *

Back to top button