ເຫດລົດໃຫຍ່ຕຳເດັ ກນ້ອຍ ເສ ຍຊີ ວິ ດ ທີ່ ບ້ານໂຄກສາ ເມືອງ ປາກງື່ມ

ເຫດລົດໃຫຍ່ຕຳເດັກນ້ອຍ ເສຍຊີວິດ ທີ່ ບ້ານໂຄກສາ ເມືອງ ປາກງື່ມ.

ໃນວັນທີ31/8/2021 ເວລາ 18:10ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີອຸປະຕິເຫດລົດໃຫຍ່ຕຳເອົາເດັກນ້ອຍຂ້າມທາງ ຈຸດເກີດເຫດທີ່ບ້ານໂຄກສາທາງເຂົ້າດອນສ້າງໄຜ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ ເພດຊາຍ 1ຄົນ ອາຍຸ 4 ປີ ອາການ ເບື້ອງຕົ້ນແມ່ນມີບາດແຜຕາມຕົນໂຕ ບາດຈີກທີ່ຫົວ ຊີພະຈອນບໍມີ ໜ່ວຍກູ້ໄພໄດ້ທຳການ CPR ແລະ ໄດ້ປະຖົມພາຍາບານຂັ້ນຕົ້ນແລ້ວສົ່ງໂຮງຫມໍເດັກ 150 ຕຽງ ເພື່ອຊ່ວຍເຫລືອແຕ່ກໍບໍ່ສາມາດກອບກູ້ເອົາຊີວິດນ້ອງໄວ້ໄດ້…..(ລົດສຸກເສີນຫມາຍເລກ 002 ນຳສົ່ງ).

ຂໍ້ມູນຈາກ:

ຂໍສະແດງຄວາມເສຍໃຈດ້ວຍ

Leave a Reply

Your email address will not be published. Required fields are marked *

Back to top button