ປິຕິ ເປັນ ນັກຮຽນມໍ 2 ຕ້ອງການຢາກຮຽນຊັ້ນມໍ 7 ເລີຍ ແຕ່ສຸດທ້າຍໄດ້ ຮຽນ ດົງໂດກ ເລີຍ

ເອື້ອຍຄູເອົາເລື່ອງນີ້ໄປລົມນຳທ່ານອຳນວຍການ ແລ້ວນັດນາງປິຕິໄປທົດສອບຄວາມສະຫລາດ ແລະກໍມີເອື້ອຍຄູນຳຮ່ວມສຳພາດນຳ.

ນາງປິຕິ ນັກຮຽນ ມ2 ຖາມເອື້ອຍຄູວ່າ ຫລັງຈາກເລີກຮຽນແລ້ວລົມນຳໄດ້ບໍ ? ເອື້ອຍຄູຮັບປາກວ່າ ໄດ້.ເອື້ອຍຄູ : ລົມໄດ້ບາດນີ້. ນ້ອງມີຫຍັງບໍ? ປິຕິ : ນ້ອງຄິດວ່າ ຖ້າສົມທຽບໃສ່ຫມູ່ໃນຫ້ອງນີ້ ນ້ອງສະຫລາດໂພດ ຮຽນກໍຮູ້ສຶກລຳຄານ. ນ້ອງຢາກຂຶ້ນໄປຮຽນຢູ່ຊັ້ນ ມ7 ໂລດໄດ້ບໍ ?

ເອື້ອຍຄູຕື່ນເຕັ້ນເລີຍ ເມື່ອໄດ້ຍີນຄຳສະເຫນີຈາກນ້ອງປິຕິ..​ແລ້ວຕອບນ້ອງປິຕິວ່າ : ເລື່ອງນີ້ ເອື້ອຍຄູຕັດສິນໃຈບໍ່ໄດ້,​ ແຕ່ເອື້ອຍຈະນຳຄຳສະເຫນີຂອງນ້ອງໄປສະເຫນີ້ໃຫ້ອຳນວຍການເດີນ້ອງ…

ແຕ່ພໍດີເອື້ອຍຄູມາສະເຫນີໃຫ້ອຳນວຍການ,​ອຳນວຍການຈື່ງໄດ້ເຊີນນ້ອງປິຕິມາຖາມ: ເມື່ອນ້ອງປິຕິມາຮອດ ຜູ້ອຳນວຍການກໍ່ຕັ້ງຄຳຖາມທີ່ຍາກສຸດສຳລັບມ2 : ຖາມວ່າ

ທ່ານອຳນວຍການ : 36ຄູນ49 ອອກເທົ່າໃດ? ປິຕິ ຕອບທັນທີ : 1764

ທ່ານອຳນວຍການ : 363ຄູນ363 ອອກເທົ່າໃດ? ປິຕິ ຕອບທັນທີ : 131769.

ທ່ານອຳນວຍການ: 5 ກຳລັງ 5 ຄູນ 6ກຳລັງ 4 ຫານ ໃຫ້ 4,050,000 ອອກເທົ່າໃດ?..​ປິຕິຕອບທັນທີ : 1.

ການທົດສອບດຳເນີນໄປປະມານເຄິ່ງຊົ່ວໂມງ ນ. ປິຕິບໍ່ຄາຈັກຄຳຖາມ. ທ່ານອຳນວຍການເລີຍມອບໃຫ້ເອື້ອຍຄູສຳພາດ. ແລ້ວເອື້ອຍຄູສຳພາດຄຳຖາມດັ່ງນີ້

ເອື້ອຍຄູ:ງົວມີ4 ແລະ ເອື້ອຍມີສອງ ແມ່ນຫຍັງ ?

ປິຕິ: ຂາ.

ເອື້ອຍຄູ: ຢູ່ໂສ້ງເອື້ອຍແລະໂສ້ງນ້ອງມີຫຍັງ?

ປິຕິ: ຖົງ.

ເອື້ອຍຄູ: ຢູ່ບ່ອນໃດ ຜູ້ຍິງມີຂົນກູດຫລາຍກວ່າຫມູ່ ?

ປິຕິ: ອາຝຣິກ.

ເອື້ອຍຄູ: ແມ່ນຫຍັງອ່ອນໆ ເວລາຖືກມືຜູ້ຍິງແລ້ວແຂງ ?

ປິຕິ: ສີທາເລັບ.

ເອື້ ເອື້ອຍຄູ: ແມ່ນຫຍັງ ຢູ່ກາງຂາ?

ປິຕິ: ຫົວເຂົ່າ.

ເອື້ອຍຄູ: ຕອນຜູ້ຍິງຍັງໂສດ ມັນແຄບ ບາດເອົາຜົວແລ້ວກວ້າງອອກ ແມ່ນຫຍັງ ?

ປິຕິ: ຕຽງ.

ເອື້ອຍຄູ: ສ່ວນໃດຂອງຮ່າງກາຍເຮົາ ປຽກຢູ່ຕະຫລອດເວລາ?

ປິຕິ: ລີ້ນ.

ເອື້ອຍຄູ: ແມ່ນຫຍັງ ຂຽນຂຶ້ນຕົ້ນດ້ວຍ ຫ ບາງຄັ້ງແຫ້ງ ບາງຄັ້ງມີນ້ຳ ?

ປິຕິ: ຫ້ວຍ.

ພໍຮອດຄຳຖາມນີ້ ອຳນວຍການທີ່ກຳລັງເຫື່ອແຕກນຳຄຳຖາມເອື້ອຍຄູສອດຂຶ້ນວ່າອຳນວຍການ : ສົ່ງລາວໄປຮຽນ ມຊ ທີ່ດົງໂດກເລີຍ. ຂ້ອຍເອງຍັງຕອບບໍ່ໄດ້ຄຳຖາມຍາກແບບນີ້

ທີ່ມາ: ເພຈສັດທາຄວາມເຊື້ອ

Leave a Reply

Your email address will not be published. Required fields are marked *

Back to top button