ເກີດກະແສ່ດຣາມ່າ ເລື່ອງ ການສະແດງ ຜີ ຫຼື ເປດ ທີ່ຢູ່ໃນຄາບຜ້າເຫຼືອງ ຈົນໄດ້ຮັບລາງວັນ

ການສະແດງນີ້ບາງອົງບາງທ່ານອ່ານຈະເບິ່ງບໍ່ເໝາະສົມ

ວິພາກວິຈານຕ່າງໆນາໆ ເພາະເຮົາຖືກສອນມາວ່າ ພຸດທະສາສະນາ ຄືສິ່ງສູງສົ່ງຈົນຄົນຈົນແຕະຕ້ອງບໍ່ໄດ້

ເພາະພຣະສົງ(ບາງອົງ)ກໍ່ສົນໃຈຄົນລວຍ ຈົນບໍ່ອຳນວຍຄົນທຸກ

ການສະແດງນີ້ໄດ້ສື່ເຖິງ ຜີ ຫຼື ເປດ ທີ່ຢູ່ໃນຄາບຜ້າເຫຼືອງ ກິນເຂົ້າໃນບາດກໍ່ບໍ່ໄດ້ໝາຍຄວາມວ່າຈະໄດ້ຂຶ້ນສະຫວັນ

ສື່ເຖິງຄວາມ ຫິວໂຫຍ ລາບສັກກາລະ ຂອງພຣະບາງອົງ

ເລື່ອງນີ້ບໍ່ໄດ້ທຳລາຍພຸດທະສາສະໜາຮ້າຍແຮງເທົ່າກັບ

ພຣະສົງມອມເມົາເອົາພຸດທະສາສະໜາມາສອນແບບຜິດໆດ້ວຍຊ້ຳ ຖ້າເຮົາເບິ່ງເຫດການນີ້ດ້ວຍຄວາມເມຕຕາຕາມຫຼັກສາສະໜາພຸດ

ບາງຄົນແຕ່ງເປັນພະເຍຊູແຕ່ເຂົາກໍ່ບໍ່ໄດ້ເຮັດໃຫ້ສາສະໜາຄຣິດເສື່ອມລົງ ກັບກັນ ຍັງເຮັດໃຫ້ຄົນນັບຖືຫຼາຍທີ່ສຸດໃນໂລກດ້ວຍຊ້ຳ

ຄົນທີ່ບອກວ່າທຳລາຍພຸດທະສາສະໜາ ບາງຄົນເລົ່າສິນຫ້າຍັງບໍ່ຖຶກເລີຍ ນັ້ນກໍ່ສື່ເຖິງຄວາມບໍ່ເຂົ້າໃຈໂດຍຖ່ອງແທ້ໃນສາສະໜາຂອງຕົນ ຄວາມໂງ່ຈ້າທາງຈິດວິນຍານຂອງສາສະນິກຄືຄວາມອ່ອນແອຂອງຜູ້ນຳທາງສາສະໜາ

ເຄີຍເຫັນບໍ່

ບຸນບັ້ງໄຟ ໜັງ ຕະລົກເວທີ ກໍ່ແຕ່ງເປັນພຣະປອມມີຖົມໄປ

ແຕ່ພວກເຮົາເຫັນເປັນປົກກະຕິ

ແຕ່ມາງານນີ້ກັບມອງວ່າບໍ່ເໝາະສົມ

ຄຳວ່າ” ເໝາະສົມ “ຄວນໃຊ້ກັບຜູ້ທີ່ເອີ້ນຕົນວ່າ ພຣະສົງຫຼາຍກວ່າ

ສາສະໜາຈະບໍ່ເສື່ອມ ຖ້າຜູ້ນຳທາງດ້ານຈິດວິນຍານເຂັ້ມແຂງ

ມີຄວາມຮູ້ ສອນຖືກຕາມຫຼັກຂອງສາສະໜາ ບໍ່ຜິດວິໄນ ສາສະໜາຄົງງອກງາມແລະໝັ້ນຄົງຕໍ່ໄປ ຮອດ 5000 ປີ

ປລ ບໍ່ໄດ້ໂກດເຄືອງກັບການສະແດງນີ້ ແຕ່ກໍ່ບໍ່ໄດ້ສະໜັບສະໜູນ

ບາງຄົນກະໂພສວ່າ ຂໍວິຈານການແຕ່ງໂຕແຕງແຕັດໆພວກທິ່ ຈັດຊົງປະດັບເປັນຜີປະເພນີ້ແນ່

* ໃຜເປັນຄົນອອກແບບ?​ ແລະ ໃຜເປັນຄົນແຕ່ງ ແບບນີ້ ມີສະໝອງຄິດຢູ່ຫວ່າ ຫຼື ມີໄວແຄ່ປະດັບໃນແງມແຕັດ?​ຈື່ງບໍ່ຮູ້ຈັກຄວາມວ່າ ອັນໃດບໍ່ເໝາະສົມ?

ຫາກະແສ່ ເກາະຜ້າເລື່ອງຢູ່ເດັນຢາກດັງຈົນໄດ້ແຕ່ງຜີເປັນພຣະສົງພຸ້ນເນາະ, ເປັນຄົນລາວແທ້ໆແຕ່ໂງ່ເນາະເກີດມານຳພຣະພຸດພຣະທຳ ແທ້ໆຍັງມາເຮັດແນວບໍ່ຄວນ ຢາກຮູ້ວ່າ ຄອບຄົຍຍາດຕະກຸ່ນຜູ້ເຮັດນີ້ ຫຼື

ຜູ້ອອກແບບກະເຄີຍເຂົ້າວັດຟັງຄຳແນ່ຫວາ ຫຼື ແຕ່ເຂົ້າຮ່າງເຕັ້ມແຫກຂາໃນພັບຈື່ງບໍ່ຮູ້ບາບບຸນຄຸນໂທດ ວ່າງໆກະໄປນັ່ງສະມາທິ ຫຼື ເຂົ້າວັດຟັງທຳກະຍັງດີໃດ໋ ຕາຍໄປແລ້ວຈະໄດ້ຮູ້ນະລົກສະຫວັນມີຈິງ

ຢ່າພາກັນໄປເດົາແຫກຂາພາກັນດືມເຫລົ້າເບຍຫລາຍ ເຂົ້າໃຈເນາະ #ບໍ່ສະນັບສະນຸ່ນແນວບໍ່ຄວນເຮັດແບບຊີ

ຊົມຄລີບ1

ຊົມຄລີບ2

ແຕ່ໃນມູນມອງ ຂອງບາງຄົນໄດ້ໂພສວ່າ ສາສະຫນາ ບໍ່ແມ່ນຂອງຫຼິ້ນໄຜ,

ກໍລະນີການຈັດງານບຸນປ່ອຍຜີ ຫຼື ວັນຮາໂລວີລ (Halloween)​ ຂອງພີ່ນ້ອງທີ່ນັບຖືສານສຄຣິສ ແລະ ເອົາບຸກຄົນທີ່ແຕ່ງໂຕຮຽນແບບພະສົງໃນພຸທສາສນາຂຶ້ນສະແດງຢູ່ເທິງເວທີ ແລະ ໄດ້ຮັບລາງວັນ.

ຂພຈ ວິເຄາະຕາມດຳລັດ 315/ລບ ພົບຄວາມຜິດຕໍ່ບຸກຄົນ ແລະ ນິຕິບຸກຄົນ 3 ຂໍ້ ຕາມຮູບ​ເອກະສານ​ແຈ້ງອອກນີ້.

ຖ້າວ່າບຸກຄົນທີ່ແຕ່ງໂຕ ແລະ ຜູ້ຈັດງານ ເປັນຄົນນັບຖືສາສນາຄຣິສ ຖືວ່າໂທສເທົ່າທະວີຄູນ.

ສະນັ້ນ ຈຶ່ງຝາກ 3 ໜ່ວຍງານລັດ ດັ່ງຕໍ່ໄປນີ້ ຮີບຮ້ອນຈັດການເອົາຜູ້ເຮັດຜິດມາຮັບໂທສ ແລະ ກ່າວຄຳຂໍອະໂຫສິກຳຕໍ່ອົງການ ອພສ ລາວ ເພື່ອບໍ່ໃຫ້ເກີດຊ້ຳອີກໃນປະເທສລາວ.

3 ອົງການທີ່ກ່ຽວຂ້ອງກັບວຽກສາສນາ ໃນລາວຄື,​

1) ອົງການພຸທສາສນາສຳພັນລາວ ອພສ, ອພສ ສູນກາງ

2) ກະຊວງພາຍໃນ, ກົມສາສນາ

3) ສູນກາງແນສລາວ ສຊ,​ ກົມສາສນາ

ຂ້າພະເຈົ້າເຫັນຮູບເບື້ອງຕົ້ນ ຮູ້ສຶກສະເທືອນໃຈ ທີ່ຜູ້ຈັດ ແລະ ຜູ້ແຕ່ງກາຍຮຽນແບບພະສົງ ມີຄວາມກ້າຫານ ແຕ່ຄົງລືມວ່ານີ້ມັນເອົາວຽກສາສນາພຸທມາຫາປະໂຫຍດ ແລະ ທຳລາຍພາບພົດຂອງພະສົງໂດຍເຈຕນາ.

ຫວັງວ່າ 3 ໜ່ວຍງານທີ່ກ່າວມານີ້ຈະຮ່ວມມືກັນເຮັດວຽກຕາມບົດບາດ ແລະ ໃຫ້ຄວາມເປັນທັມແກ່ພຸທສານາ.

Leave a Reply

Your email address will not be published. Required fields are marked *

Back to top button