ໂຫດແທ້ເຖິງຂັ້ນຈູດໂຮງຮຽນ

ຄົນບໍ່ດີຫວັງເຜົາໂຮງຮຽນ !

ໃນວັນທີ 31/10/2022 ມີຄົນບໍ່ດີ ຈູດປື້ມຕຳລາການຮຽນ-ການສອນ ແລະເອກະສານຕ່າງໆ ຂອງໂຮງຮຽນປະຖົມຜາສັງ ເມືອງເຟືອງ ແຂວງວຽງຈັນ ເສຍຫາຍເລັກຫນ້ອຍ.

ຄົນບໍ່ດີ ໄດ້ຈູດເອກະສານການຮຽນ-ການສອນ ໂດຍນໍາເອົາມາກອງລວມກັນ ແລ້ວເອົາໄຟຈູດ ເຮັດໃຫ້ປື້ມຕຳລາຮຽນ ເສຍຫາຍ ແຕ່ໂຊກດີ ໄຟບໍ່ໄຫມ້ລາມໃສ່ອາຄານຮຽນ.

ເຊິ່ງເຫດການດັ່ງກ່າວນີ້ ຄາດວ່າ ຄົນບໍ່ດີມາລັກລອບຈູດ ຕອນພັກຮຽນ ວັນເສົາ ແລະ ອາທິດ.

,,

,,

,,

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button