ພົບເຫັນຊາກສົບໄຫລນ້ຳມາຕິດຢູ່ ບ້ານຫ້ວຍແຫະ ເມືອງຈຳປາສັກ

29.10.22 ເວລາ:06:00ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າພົບເຫັນຊາກສົບໄຫລນ້ຳມາຕິດຢູ່ ບ້ານຫ້ວຍແຫະ ເມືອງຈຳປາສັກ

ຫລັ່ງນັ້ນໜ່ວຍກູ້ໄພ1623ແຂວງຈຳປາສັກຈື່ງໄດ້ອອກກວດສອບເຫດເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ປະສານສົມທົບກັບອຳນາດການປົກຄອງບ້ານຫ້ວຍແຫ່ະ ພ້ອມດ້ວຍ ປກສ ປກຊກຸ້ມບ້ານ ໜ່ວຍງານວິຊາສະເພາະ ໄດ້ລົງເກັບກຳຂໍ້ມູນ ສັນນະສູດຊາກສົບຜູ້ເສຍຊິວິດ.

-ຊື່ ທ້າວ ແພງພະໄທ ອາຍຸ26ປີ ອາຊີບຄ້າຂາຍ ບ້ານຢູ່ປັນຈຸບັນ ບ້ານ ຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ ສາເຫດ ຜູ້ກ່ຽວມີບັນຫາທາງດ້ານສຸຂະພາບຈິດ ເປັນໂລກຊຶມເສົ້າ.

-ແຕ່ປີ2019ເຖີງປັດຈຸບັນ ເຄີຍໄປຮັບການປິ່ນປົວທີ່ໂຮງໝໍສີມະຫາໂພ ຕາມຄຳໃຫ້ການຈາກພີ່ນ້ອງ ຜູ້ເສຍຊິວິດ.

ຫຼັງນັ້ນໜ່ວຍກູ້ໄພ1623 ແຂວງຈຳປາສັກຈຶ່ງໄດ້ເກັບມ້ຽນຊາກສົບຂອງຜູ້ເສຍຊິວິດ ມອບໃຫ້ທາງຄອບຄົວເພື່ອໄປເຮັດພິທີທາງສາດສະໜາ

Leave a Reply

Your email address will not be published. Required fields are marked *

Back to top button