ອີກແລ້ວ!..ຄູອາສາສີ້ນຫວັງໂກຕ່າ ຕັດສີນໃຈລາອອກ

ພໍພະອາທິດດັບແສງລົງ ຄວາມມຶດມິດກໍຄ່ອຍໆຄືບຄານເຂົ້າມາ ລົມຫນາວກໍ່ເລີ່ມພັດຜ່ານໄປ.

ລົມຫນາວມັນພັດພາເອົາຄວາມຝັນຂອງຂ້ອຍໄປໄກແສນໄກ ເຮັດໃຫ້ຫົວໃຈຂອງຂ້ອຍມັນເຫນັບຫນາວ ຈ້າວໄປຮອດກະດູກແລະມັນກໍມີສຽງ.

.ຂອງນ້ຳຫມອກຕົກໃສ່ສາຍຄາເຮືອນດັງປັອກໆ ສຽງຂອງນ້ຳຫມອກມັນສະເທືອນຫົວໃຈຂ້ອຍ ຄືກັບຟ້າຮູ້ຫົວໃຈກຳລັງຫ້ອງໄຫ້ລັ່ງນ້ຳຕາ ຂ້ອຍ ອ້າງວ້າງແລະຫມົດຫວັງ

ໃນຄ່ຳຄືນທີ່ມີສຽງໄກ່ຂັນ ຂ້ອຍຍັງມືນຕາແຂງ ຢູ່ພະຍາຍາມແລ້ວພະຍາຍາມອີກກໍຍັງຫລັບບໍ່ລົງ ນອນເອົາມືກ່າຍຫນ້າຜາກຄິດເຫັນພາບໃນອາດີດທີ່ສວາຍສະງ່າ ພາບນັ້ນມັນຝັງເລີກຢູ່ໃນຫມາກຫົວໃຈຂອງຂ້ອຍບໍ່ມີວັນເລີກລາ ສຳລັບເຮົາແລ້ວບໍ່ມີພາບໃດປະທັບໃຈເທົ່າກັບການໄດ້ໃຊ້ຊີວີດເປັນຄູ ໄດ້ຮັບໃຊ້ບ້ານເມືອງອີກແລ້ວ.

ຕອນນີ້ຂ້ອຍກະໄດ້ເຂົ້າສອນຢູ່ໃນ ຮ ຮ ເປັນປີທີ່9 ແລ້ວ ກະບໍ່ມີວີ່ແລ້ວຈະມີລາຍຊື່ບັນຈຸລັດຖະກອນ
ຂ້ອຍຫມົດຫວັງແລະມັນກໍ່ມີ ນ້ຳໃສໆໄຫຼອອກມາເຕັມເບົ້າຕາທັງຄູ່ ຄິດຫຍັງບໍ່ອອກມືດໄປຫມົດແປດດ້ານ

ໃນຄືນທີ່ບັນຍາດເຄັ່ງຄືມ ທີ່ຂ້ອຍນັ່ງຄິດເຫັນພາບໃນອະດີດ ພໍ່ໄດ້ຍ່າງເຂົ້າມາລູບຫົວຂ້ອຍເບົາໆແລ້ວເວົ້າອອກມາວ່າ ພໍ່ເຂົ້າໃຈລູກຄວາມຮູ້ສຶກຂອງລູກ ໄປລູກໄປນອນສາ ພໍ່ຈະພາຍາຍາມລົມກັບເພີ່ນໃຫ້ ອົດທົນສູ້ຊົນໄປກ່ອນເນາະລູກ ແຕ່ກໍສີ້ນຫວັງບໍ່ມີຄວາມຫມາຍຍ້ອນບຸນເຮົາມັນນ້ອຍ ວາດສະຫນາເຮົາມັນບໍ່ເຖີງທີ່ຈະໄດ້ເປັນຄູ.

ມາຮອດມື້ນີ້ຂ້ອຍໃຈຕັດສີນໃຈຂຽນໃບລາອອກຈາກຊີວີດຄູອາສາ ລາລູກສິດທີ່ແສນຈະຫນ້າຮັກແລະພູກພັນ ລາເພື່ອນຮ່ວມງານທີ່ແສນດີ ລາຫນ້າທີ່ ທີ່ແສນຮັກແລະພູມໃຈ ແລ້ວຂ້ອຍກະພູມໃຈທີ່ເຄີຍໄດ້ໃຊ້ຊີວີດເປັນຄູອາສາໃນຊ່ວງຫນື່ງ ແລະກະເສຍໃຈທີ່ບໍ່ໄດ້ກັບໄປສິດສອນນັກຮຽນຂອງຂ້ອຍອີກແລ້ວ.

ໃນໄລຍະ 8ປີທີ່ຫວ່າງເປົ່າ 8 ປີທີ່ບໍ່ໄດ້ຫຍັງ ແຕ່ກໍໄດ້ປະສົບການດີໆຈາກການໃຊ້ຊີດວີດເປັນຄູອາສາ ແລະຈະເປັນຄວາມຊົງຈຳຂອງຂ້ອຍຕະຫລອດໄປ

ເຊົ້າອາລຸນວັນໃຫມ່ໃນມື້ທີ່ດີ ຂໍໃຫ້ເປັນການເລີ່ມຕົ້ນໃຫມ່ທີ່ດີ ໃນມື້ໃຫມ່ ສາທຸ ສາທຸ ສາທຸ

Leave a Reply

Your email address will not be published. Required fields are marked *

Back to top button