ເປີດນຳໃຊ້ແລ້ວ ອາຄານຫຼັງໃໝ່ດ່ານສາກົນວັງເຕົ່າ ງົບການກໍ່ສ້າງ 98,3 ຕື້ກີບ
ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ,ໄດ້ມີພິທີເປີດນໍາໃຊ້ອາຄານຫຼັງໃໝ່ດ່ານສາກົນວັງເຕົ່າ ຊາຍແດນລາວ – ໄທ (ແຂວງຈໍາສັກ – ຈັງຫວັດອຸບົນຣາຊະທານີ )
ເມື່ອວັນທີ 9 ຕຸລາ 2022 ຜ່ານມາ. ຂະນະທີ່, ມູນຄ່າກໍ່ສ້າງທັງໝົດ 98,3 ຕື້ກີບ, ສັນຍາ 36 ເດືອນ ແລະ ລັດຈະສຳລະມູນຄ່າໂຄງການໃຫ້ພາຍໃນກຳນົດ 5 ປີ.
ທ່ານ ຄໍາຫຼ້າ ລຸນທະປັນຍາ ຮອງອໍານວຍການ ບໍລິສັດ ພົງຊັບທະວີກໍ່ສ້າງ ຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາໂຄງການ ໄດ້ລາຍງານວ່າ: ໃນທ້າຍປີ 2012 ລັດຖະບານໄດ້ເຫັນດີໃຫ້ແຂວງຈຳປາສັກນຳໃຊ້ງົບປະມານລາຍຮັບສູນກາງຈາກດ່ານສາກົນວັງເຕົ່າ
ທີ່ເປັນສ່ວນແບ່ງມອບໃຫ້ແຂວງຈຳນວນ 10% ເພື່ອມານຳໃຊ້ການປັບປຸງດ່ານປະຈຸບັນໃຫ້ເປັນດ່ານສາກົນທີ່ທັນສະໃໝ ປະກອບມີ 7 ໜ້າວຽກໃຫຍ່ຄື
1)- ວຽກກໍ່ສ້າງອາຄານດ່ານ,
2)- ວຽກກໍ່ສ້າງອາຄານຫໍພັກ,
3)- ວຽກກໍ່ສ້າງທາງເບຕົງ,
4)- ວຽກກໍ່ສ້າງຫ້ອງນໍ້າ,
5)- ວຽກກໍ່ສ້າງອາຄານສີດຜົ່ນ-ຂ້າເຊື້ອ,
6)- ເຄື່ອງເຟີນິເຈີ້ຄົບຊຸດ, ກ້ອງວົງຈອນ ແລະ ລະບົບ IT,
7)- ລະບົບດັບເພີງ ແລະ ນໍ້າປະປາຮັບໃຊ້ດ່ານ.
ລວມມູນຄ່າກໍ່ສ້າງທັງໝົດ 98,3 ຕື້ກີບ, ສັນຍາ 36 ເດືອນ ແລະ ລັດຈະສຳ ລະມູນຄ່າໂຄງການໃຫ້ພາຍໃນກຳນົດ 5 ປີ, ໂຄງການດັ່ງກ່າວໄດ້ດໍາເນີນການກໍ່ສ້າງແຕ່ຕົ້ນປີ 2013 ເປັນຕົ້ນມາ ແລະ ໄດ້ຮັບການກວດກາຄວາມຄືບໜ້າຂອງໂຄງການແລ້ວ 3 ຄັ້ງ,
ຫຼ້າສຸດປະຕິບັດສຳເລັດ 82.96% ເທົ່າກັບມູນຄ່າ 81,5 ຕື້ກີບ, ຈ່າຍເງິນແລ້ວ 56,4 ຕື້ກີບ, ໃນນັ້ນບ້ວງເງິນສະພາອະນຸມັດ 10 ຕື້ກີບ ແລະ ຢືມຈາກຄັງເງິນແຫ່ງຊາດ 46,4 ຕື້ກີບ, ຍັງຄ້າງຕາມການກວດກາ 25,1 ຕື້ກີບ, ຄ້າງຕາມສັນຍາ 16,8 ຕື້ກີບ.
ເກດສະໜາ ແກ້ວສຸວັນນະແສງ