ຂ່າວເສົ້າ!.. ຄົນຕົກເຫວ ເຂດພູເກົ້າຫລັກ ເສຍຊີວິດຄາທີ່ໃນ

🔥ຄົນຕົກເຫວ ເຂດພູເກົ້າຫລັກ ເສຍຊີວິດຄາທີ່ໃນວັນທີ 27 ມັງກອນ​ 2023 ເວລາ​ ​11:24 ໂມງຄົນຕົກເຫວຢູ່ພູເກົ້າຫລັກ ເມືອງກາສີ​ ແຂວງວຽງຈັນ

​ ​ຊື່ທ້າວ​ ພອງພັນ ອາຍຸ​ 55​ ປີ​ ຢູ່​ບ້ານປິງ ເມືອງປາກແບງ ແຂວງ​ອຸດົມ​ໄຊ​ ເສຍຊີວິດຄາທີ່.

ຕາມການບອກເລົ່າຂອງຍາດພີ່ນ້ອງຂອງຜູ້ເສຍຊີວິດຜູ້ກ່ຽວຂີ່ລົດເມມາກັບພີ່ນ້ອງແຕ່ວັນທີ່26.​1.2023 ພໍມາເຖິງເຊດພູເກົ້າຫລັກ(ໂຄ້ງຈຸດຊົມວິວ)​ຜູ້ກ່ຽວລົງລົດຍ້ອນລົດເລັ່ງບໍ່ຂື້ນ

ຈື່ງອອກຈາກລົດເພື່ອຈະຍ່າງຂື້ນໄປແຕ່ພາດຕົກເຫວເລິກປະມານ 300 ກວ່າແມັດ.

ດັ່ງນັ້ນທີມງານອົງການກາແດງແຂງຫລວງພະບາງຈື່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງ​ບ້ານ​ ປິງ ເມືອງ​ ປາກແບງ ແຂວງອຸດົມໄຊ​.

..

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button