ຂ່າວດີ ລາວໄດ້ເຂົ້າຮອບ 16 ຄົນຢ່າງເປັນທາງການແລ້ວ

ປ່າເຢັ້ງຊາ ລໍ່ ສຸດໆ ເຮັດດີທຸກໆຮອບ ແລະ ເຮັດຫນ້າທີ່ຂອງສາຍສະພາຍລາວ ໄດ້ຢ່າງສະຫງ່າງາມ ທີ່ສຸດ. ໃນທີ່ສຸດ ກໍ່ຜ່ານເຂົ້າຮອບ 16 ຄົນ ໂດຍມາຈາກຄວາມສາມັກຄີການຊ່ວຍໂຫວດຈາກເເຟນປາເຢັ້ງຊາທົ່ວໂລກ…

ເຊີ່ງລາຍຊື່ປະເທດທີ່ໄດ້ເຂົ້າ16ຄົນແມ່ນມີລາຍລະອຽດດັ່ງນີ້

🔥 ຄັ້ງປະຫວັດສາດ ລາວ ເຂົ້າຮອບ Top 16

1. Puerto Rico

2. Haiti

3. Australia

4. Dominican Republic

5. Laos

6. South Africa

7. Portugal

8. Canada

9. Peru

10. Trinidad and Tobago

11. Curacao

12. India

13. Venezuela

14. Spain

15. USA

16. Colombia

4 ຮອບ ສຳລັບຄືນຜ່ານມາ ແຟນໆມັກຮອບໄດທີ່ສຸດ ໃນຮອບ Preliminary Miss Universe 2022 😍

ສຳລັບແອັດເອງ ພູມໃຈໃນໂຕ ປ່າເຢັ້ງຊາ ລໍ່ ສຸດໆ ເຮັດດີທຸກໆຮອບ ແລະ ເຮັດຫນ້າທີ່ຂອງສາຍສະພາຍລາວ ໄດ້ຢ່າງສະຫງ່າງາມ ທີ່ສຸດ.! ຖືວ່າຜົນງານເທີງເວທີຈັກກະວານ ໃນຄືນວານນີ້

ສ້າງປະກົດການ ໃນພະລັງຂອງຄົນລາວອີກຄັ້ງ ທີ່ຕື່ນມາຮ່ວມເຊຍ ແລະ ໃຫ້ກຳລັງໃຈ ຕົວແທນປະເທດລາວໃນຄັ້ງນີ້

ພວກເຮົາຫວັງວ່າ ທີ່ 15/01/2023 ເວລາ 08:00 ໂມງເຊົ້າ ( ຂອງປະເທດລາວ ) ພວກເຮົາທຸກຄົນ ຈະຕື່ນ ເພື່ອສົ່ງກຳລັງໃຈ ໃຫ້ກັບ Miss Univese Laos 2022 ໃນການເປີດປະຕູໃຫ້ກັບປະເທດລາວໃນຄັ້ງນີ້

ມາຮ່ວມເຊຍ ສົ່ງກຳລັງໃຈໃຫ້ກັບ ປ່າເຢັ້ງຊາ ລໍ່ ນຳກັນ

ເພາະເຮົາຈະເຊຍໃຫ້ສຸດ ແລ້ວຢຸດທີ່ປ່າເຢັ້ງຊາ ລໍ່

Leave a Reply

Your email address will not be published. Required fields are marked *

Back to top button