ພາຍຸ Noru (ໂນຣູ) ລູກໃຫຍ່ ທີ່ຈະເຂົ້າປະເທດລາວ

ພາຍຸຄັ້ງໃໝ່ທີ່ຈະເຂົ້າປະເທດລາວຊື່ Noru (ໂນຣູ) ບໍລິເວນພາກກາງຈະໜັກກວ່າໝູ່ ຄຳມ່ວນ ສະຫວັນນະເຂດ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ໄຊສົມບູນ.

ແຈ້ງເຕືອນພາຍຸດີເປຼຊັນ..​ໃນວັນທີ 25 ຫາ 28 ກັນຍາ 2022

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022, ພາຍຸດີເປຼຊັນໄດ້ກໍ່ໂຕຢູ່ເຂດມະຫາສະມຸດປາຊີຟີ ຊຶ່ງໃກ້ພາກເໜືອດ້ານຕາເວັນອອກຂອງປະເທດຟິລິປິນ ແລະ ມີທ່າອຽ່ງເພີ້ມກໍາລັງຂື້ນກາຍເປັນພາຍຸໝູນເຂດຮ້ອນ ໂນລູ (Noru) ຫົວທີ 16 ໃນໄລຍະວັນທີ 24 ກັນຍານີ້,

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກເໜືອຂອງປະເທດຟິລິປິນໃນວັນທີ 25 ກັນຍາ ຈາກນັ້ນຈະເຄືອນທີ່ຂຶ້ນຝັ່ງປະເທດຫຽວດນາມໃນວັນທີ 26 ກັນຍາ ແລະ ສືບຕໍ່ຜ່ານພາກກາງ ຫາ ພາກເໜືອດ້ານຕາເວັນຕົກຂອງປະເທດລາວໃນວັນທີ 27 – 28 ກັນຍາ 2022 ນີ້,

ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນເຂດພາກເໜືອ ແລະ ພາກກາງເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫັວນນະເຂດ.

ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ

ນ້ຳຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອກໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ມີຄລີບ

ທີ່ມາ: ອຸຕຸ

Leave a Reply

Your email address will not be published. Required fields are marked *

Back to top button