ສາວຄູ ນ້ອງມິນລີ້ ສີໂພໄຊ ຄູອາສາຈຳໃຈລາອາຊີບຄູ.. ວາງບິກ – ສໍ

ຈາກຜູ້ໃຊ້ເຟສບຸກຊື່ ໂພໄຊ ຄຳມະນີ ໄດ້ໂພສວ່າ: ປີນີ້ເຫັນຄູອາສາຫຼາຍທ່ານວາງບິກ,ວາງສໍຫຼາຍນໍ ສາວຄູ ໂພໄຊ ຄຳມະນີ ຫຼື ຫຼາຍຄົນຮູ້ໃນນາມສາວຄູນ້ອງມິນລີ້ ສີໂພໄຊ ກໍເປັນຄົນໜຶ່ງທີ່ຕັດສິນໃຈບໍ່ສອນຕໍ່ສາວຄູສອນອາສາເປັນເວລາ 2 ປີ,

ບໍ່ດົນພໍປານໃດ ແລະ ບໍ່ຄິດຈະຈົ່ມວ່າເສຍເວລາເລີຍ ເພາະເວລາໃນ 2 ປີນັ້ນ ເຮັດອາຊີບທີ່ຮັກດ້ວຍຄວາມເຕັມໃຈ, ໄດ້ສ້າງຮອຍຍິ້ມໃຫ້ກັບນ້ອງນັກຮຽນຫຼາຍແຫ່ງ, ພໍ່ແມ່ປະຊາຊົນ ແລະ ສ້າງໂອກາດພານ້ອງມິນລີ້, ນ້ອງຊ໋ອນນີ້ເຮັດຕາມຄວາມຝັນມາເກືອບເຄິ່ງທາງແລ້ວ

ຮູ້ສຶກວ່າເວລາ 2 ປີມີຄຸນຄ່າກັບຫຼາຍຄົນ ສ່ວນໂຕຂ້ອຍພຽງສະຫຼະເວລາເທົ່ານັ້ນ ແຕ່ໄດ້ປະສົບການເຮັດວຽກ,ໄດ້ຄວາມຮູ້,ໄດ້ຄວາມຮັກຫອມຈາກສັງຄົມຂ້ອຍສາມາດເອົາປະສົບການບ່ອນນີ້ໄປຕໍ່ຍອດໄດ້ ຈຶ່ງບໍ່ເອີ່ຍຄຳວ່າເສຍເວລາ

ປັດຈຸບັນຂ້ອຍກໍອອກມາເຮັດອາຊີບແມ່ຄ້າອອນລາຍ,ເລີ່ມຕົ້ນຈາກ 0 ໄປ…ແຕ່ຮູ້ສຶກວ່າຜົນຕອບຮັບຂ່ອນຂ້າງດີເພາະຂ້ອຍເຮັດດ້ວຍໃຈ,

ບໍ່ມີຄຳວ່າເຮັດບໍ່ໄດ້,ເຕັມທີ່ທຸກຢ່າງ ກັບສິ່ງທີ່ລົງມືເຮັດ,ຢາກຈະບອກວ່າທຸກຄົນເຮັດໄດ້ໝົດພຽງແຕ່ໂຕເຈົ້າຢາກເຮັດ,ຢາກລົງມືທຳ ແລ້ວຈະເຫັນຄວາມສຳເລັດ,ຖ້າບ່ອນທີ່ເຈົ້າເຮັດມັນບໍ່ຕອບໂຈດ ກໍພຽງປ່ຽນເຮັດສິ່ງໃໝ່…

ບໍ່ຫຼົດລະຄວາມພະຍາຍາມມື້ໜຶ່ງກໍຈະປະສົບຄວາມສຳເລັດໄດ້ຄືກັນ…ຢ່າເອົາເວລາທັງໝົດຂອງເຈົ້າມາທຸ້ມເທໃສ່ກັບພຽງອັນໜຶ່ງອັນດຽວພໍເຈິຄວາມບໍ່ສົມຫວັງ ຈະບໍ່ເຫຼືອເວລາໃຫ້ເຈົ້າແກ້ໄຂເລີຍຝາກມາອຸດໜຸນແດ່ເດີ້

ເພງມ່ວນໆຈາກຄ້າຍເພງສຽງແຄນລາວບ່າວຫຼັກໄຊ ເພງ ອາສາພາເຈັບ

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button