ຫມໍລຳອິນແຕ່ງ ໂດດຂົ້ວນ້ຳປາກເຊຂ້າມເມືອງໂພນ ຕອນນີ້ບໍ່ທັນເຫັນ ສ່ວນການໂດດລົງນ້ຳແມ່ນບໍ່ຮູ້ສາເຫດ

19/09/2022ເວລາ10ໂມງກວ່າໆ ຫມໍລຳອິນແຕ່ງ

ໂດດຂົ້ວນ້ຳປາກເຊຂ້າມເມືອງໂພນ ຕອນນີ້ບໍ່ທັນເຫັນ ສ່ວນການໂດດລົງນ້ຳແມ່ນບໍ່ຮູ້ສາເຫດ

ຂໍໃຫ້ປອດໃພເດີ

ເກີດຫຍັງຂຶ້ນ ! ໝໍລຳ ອິນແຕງ ໝໍລຳຊື່ດັງພາກໃຕ້ ໄດ້ໂດດຂົວຂ້າມນ້ຳຂອງຫວັງຈົບຊີວິດມື້ນີ້ສົດໆຮ້ອນໆ ຄົນພື້ນທີ່ກຳລັງຊອກຫາຢູ່!ຂໍໃຫ້ປອດໄພ ມີປະຕິຫານ ໃຫ້ໝໍລຳມາລຳໃຫ້ປະຊາຊົນຟັງຄືເກົ່າ

ເຊີ່ງເຟສຂອງຂອງ ດອກຟ້າເພັດໂພນທອງ ເປັນເຟສຂອງຫມໍລຳໄດ້ໂພສວ່າ:

” ລູກຂໍໂທດເດີ ພໍ່ ແລະ ແມ່ທັງສອງ ໃນສິ່ງທີ່ເຮັດຜິດພາດໄປ ມັນໜັກເເຮງແລ້ວ ບໍ່ມີປັນຍາບໍ່ມີຄວາມສາມາດໃຊ້ເເລ້ວ

ຂໍໂທດນຳອ້າຍ ພີ່ເອອື້ຍ ຫຼານໆ ເບິ່ງແຍງໂຕເອງດີດີເດີ
ຂໍໂທດອ້າຍ ໝູ່ ທຸກຄົນທີ່ເເຕ່ງໄປລົບກວນສ້າງຄວາມເດືອດຮ້ອນໃຫ້

ຂໍໂທດທີມງານທຸກຄົນທີ່ຫວັງເພິ່ງວຽກງານນຳ ຂໍໃຫ້ພວກເຈົ້າສູ້ຊົນອົດທົນຕໍ່ສູ້ຊີວິດເດີ
ຂໍໂທດນຳເຈົ້າໜີ້ທຸກຄົນ ທີ່ເເຕ່ງໄປຢືມໄປກູ້ມາ
ສ່ວນລູກໜີ້ທີ່ກູ້ຢືມໄປ ຂໍໃຫ້ພວກເຈົ້າມາຈ່າຍຄືນພໍ່ເເມ່ເຮົາເດີ

ທີ່ຮັກຂອງນ້ອງເບິ່ງເເຍງຕົວເອງດີດີເດີ ເມຍທົນຢູ່ຕໍ່ໄປບໍ່ໄດ້ເເລ້ວ ເມຍຮັກເຈົ້າເດີ

ພໍ່ເອີ້ຍ ເເມ່ເອີ້ຍ ລູກຂໍໂທດ

ຂໍທຸກຄົນອະໂຫສີກຳໃຫ້ອິນເເຕ່ງແນ່ເດີ “

ປັດຈຸບັນ ຍັງບໍ່ພົບໂຕ ຂໍໃຫ້ປອດໄພເດີ 🙏🏻🙏🏻

ຄລີບ 1

ຄລີບ 2

Leave a Reply

Your email address will not be published. Required fields are marked *

Back to top button