ນາຍົກລັດຖະມົນຕີເນັ້ນໃຫ້ພະນັກງານ-ນັກຮົບ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ

ໃນໂອກາດທີ່ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ໄດ້ ເຄື່ອນໄຫວຢ້ຽມຢາມກອງພົນທີ 2

ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 (20/1/1949-20/1/2022) ວັນທີ່ 19 ມັງກອນນີ້ ໄດ້ເນັ້ນຫລາຍບັນຫາໃຫ້ນາຍ ແລະ ພົນທະຫານພາຍໃນກອງພົນ ດັ່ງກ່າວຈັດຕັ້ງ ປະຕິບັດ ເພື່ອໃຫ້ສົມກັບວ່າກອງທັບປະຊາຊົນລາວ ເປັນກອງທັບວິລະຊົນ, ຊາດລາວວິລະຊົນ.

ທ່ານ ພັນຄຳ ວິພາວັນ ໄດ້ເນັ້ນໃຫ້ຄະນະພັກ ຄະນະບັນຊາ, ພະນັກງານ-ນັກຮົບ ສຶບຕໍ່ຮັກສາມູນ ເຊື້ອປະຕິວັດ, ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ ຍອມຈຳນົນ ຍາກປານໃດກໍບຸກ ທຸກປານໃດກໍສູ້, ເຖິງຈະເສຍສະລະກໍບໍ່ຫວາດຫັ່ນ, ຍາມໃດກໍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວ ໜຽວແໜ້ນ.

ກອງທັບເຮົາຍາມໃດກໍອີງໃສ່ ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດ ຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ. ຍ້ອນແນວ ນັ້ນ ຈຶ່ງໄດ້ຮັບການເອົາໃຈໃສ່ເບິ່ງແຍງ ດູແລ, ຖະໜອມຫອມຮັກແລະ ອຸ້ມຊູຊ່ວຍເຫຼືອຈາກ ປະຊາຊົນບັນດາເຜົ່າ ທີ່ເປັນບໍ່ເກີດຂອງກຳລັງແຮງ ທີ່ບໍ່ເຫືອດແຫ້ງຈັກເທື່ອ.

ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າ ການເມືອງກອງພົນທີ 2 ໄດ້ລາຍງານຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ເປັນປະຫວັດສາດຂອງ ກອງທັບເຮົາຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດ ສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ກອງທັບ ກໍຄືກອງພົນທີ 2ຮາກຖານການເມືອງພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ,

ສຸມ ໃສ່ສ້າງ ບ້ານປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນສູ້ ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນ ທັງຈຳນວນ ແລະ ຄຸນນະພາບ, ຍູ້ແຮງການອົບຮົມ-ຫັດແອບການ ເມືອງການ, ການທະຫານ,ພະລາທິການ, ເຕັກນິກ, ສິລະປະ ຍຸດ-ຍຸດທະວິທີຂອງທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະໃຫ້ຊຳນິຊຳນານ ແລະ ວຽກ ງານອື່ນໆກໍຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທີ່ມາ:ໜັງສືພິມລາວພັດທະນາ

Leave a Reply

Your email address will not be published. Required fields are marked *

Back to top button