ອົດເລີຍ! ແຈ້ງໂຈະຈັດກິດຈະກຳງານບຸນຊ້າງ ປະຈຳປີ 2022 ເພາະວ່າ …

ຫຼ້າສຸດ ໂຈະການຈັດກິດຈະກຳງານບຸນຊ້າງ ປະຈຳປີ 2022 ຕາມແຈ້ງການສະບັບນີ້ແຂວງໄຊຍະບູລີ ໂຈະການເຮັດບຸນຊ້າງປະຈຳປີ 2022 ເພື່ອ ຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດໂຄວິດ-19

ເລື່ອງ ໂຈະການຈັດກິດຈະກໍາບຸນຊ້າງປະຈໍາປີ 2022

ອີງຕາມ ຂໍ້ຕົກລົງຂອງທ່ານ ເຈົ້າແຂວງໄຊຍະບຸລີ ສະບັບເລກທີ 1436/ຈຂ.ຊຍ, ລົງວັນທີ 17ພະຈິກ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການແຂວງ.

ອີງຕາມ ແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 47/ຫວຂ.ຊຍ, ລົງວັນທີ 7 ກຸມພາ 2022.ອີງຕາມ ການຕົກລົງເຫັນດີເປັນເອກະພາບ ໃນກອງປະຊຸມຄະນະຮັບຜິດຊອບກະກຽມເປີດ

ຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດ ແລະ ເສັ້ນທາງທ່ອງທ່ຽວສີຂຽວ ຂອງ ແຂວງໄຊຍະບູລີ ຄັ້ງວັນທີ 11 ກຸມພາ 2022.ຫົວຫນ້າຫ້ອງວ່າການແຂວງໄຊຍະບູລີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ:

ການຈັດ ກິດຈະກໍາບຸນຊ້າງ ປະຈໍາປີ 2022 ນີ້ ແມ່ນຈະໄດ້ເຮັດແຕ່ພິທີຄອບເລົ່າ ໂດຍຈະບໍ່ມີກິດຈະກໍາຂອງຊ້າງ ສ່ວນການຈັດງານຕະຫຼາດນັດວາງສະແດງ, ຈໍາຫນ່າຍສິນຄ້າ ແລະ

ການວາງສະແດງສິນຄ້າໂດຍບຂອງບັນດາ ເມືອງ ຢູ່ເດີນະຫນາມຫຼວງຂອງແຂວງ ແມ່ນໃຫ້ໂຈະ ເພື່ອເປັນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ເະແກ້ໄຂການລະບາດຂອງພະຍາໂຄວິດ-19.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

Back to top button