ຫລວງພະບາງແຈ້ງດ່ວນ! ໃຫ້ຜູ້ຊົມໃຊ້ໄຟຟ້າປະເພດນີ້ ຕ້ອງຈ່າຍຄ່າໄຟກ່ອນວັນທີ 25 ຖ້າກາຍຖືກຕັດໄຟ

ແຈ້ງການເຖິງ: ລູກຄ້າ ທຸລະກິດທົ່ວໄຟ (ລູກຄ້າລາຍໃຫຍ່) ທົ່ວແຂວງຫຼວງພະບາງ ທີ່ນັບຖື.

ເລື່ອງ: ການຊໍາລະເງິນຄ່າກະແສໄຟຟ້າ ປະຈໍາເດືອນ.

– ອີງໃສ: ແຈ້ງການຂອງຝ່າຍລະບົບຈໍາຫນ່າຍ, ເລກທີ 1084/ ຟຟລ.ຝລຈ, ລົງວັນທີ 11/08/2022.

– ອີງໃສ່ ການຕົກລົງເຫັນດີຂອງຄະນະສາຂາ ຄັ້ງວັນທີ 07/09/2)22. ເພື່ອຮັບປະກັນ ການເກັບເງິນທວງຫນີ້ ພາຍໃນແຂວງຫຼວງພະບາງ ໃຫ້ໄດ້ຕາມລະດັບຄາດຫມາຍ ທີ່ທາງຂັ້ນເທິງ ກໍານົດໄວ້ນັ້ນ.

,,

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງບັນດາລູກຄ້າທຸກປະເພດ ເພື່ອຮັບຊາບ ແລະ ພ້ອມກັນປະຕິບັດ ກ່ຽວກັບການຊໍາລະເງິນຄ່າກະແສໄຟຟ້າ, ເຊິ່ງມີລາຍລະອຽດລຸ່ມນີ້:

,

1. ລູກຄ້າປະເພດທຸລະກິດທົ່ວໄປ

2. ລູກຄ້າປະເພດອຸດສາຫະກໍາ

3. ລູກຄ້າປະເພດກະສິກໍາ

,

4. ລູກຄ້າປະເພດທີ່ຢູ່ອາໄສ

5. ລູກຄ້າທີ່ມີສັນຍາກັນເເລ້ວ

ບັນດາລູກຄ້າປະເພດຕ່າງໆ ຕ້ອງຊໍາລະເງິນຄ່າກະແສໄຟຟ້າ ບໍ່ໃຫ້ການວັນທີ 25 ຂອງທຸກໆເດືອນ, ຖ້າຫາກວ່າ ລູກຄ້າໃດຫາກບໍ່ປະຕິບັດ ຕາມແຈ້ງການສະບັບນີ້ແລ້ວ ທາງລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ຈະ ໄດ້ງົດການຊົມໃຊ້ໄຟຟ້າໄວ້ຊົ່ວຄາວ (ໂດຍບໍ່ມີການແຈ້ງເຕືອນ),

,

ຈົນກ່ວາລູກຄ້າ ເຂົ້າມາຊໍາລະຄ່າໄຟໃຫ້ຄົບຕາມໃບບີນ ແຈ້ງຄ່າໄຟແລ້ວ ຈຶ່ງຈະໄດ້ເຊື່ອມ ໄຟໃຫ້ໃຊ້ຄືນ, ໃນເວລາຕັດໄຟໄວ້ຊົ່ວຄາວນັ້ນ, ຫາກມີຜົນກະທົບໃດໆເກີດຂຶ້ນກັບ ລູກຄ້າກ່ຽວກັບອຸປະກອນ ແລະ ການຊົມໃຊ້ ໄຟຟ້າ, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ຈະບໍ່ມີ ຄວາມຮັບຜິດຊອບຕໍ່ຜົນເສຍຫາຍດັ່ງກ່າວ,

,

– ສະນັ້ນ, ຈຶ່ງຖືເປັນກຽດແຈ້ງມາຍັງລູກທຸກປະເພດເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການ ສະບັບນີ້ຢ່າງເຂັ້ມງວດດ້ວຍ.

,

ຫມາຍເຫດ: ມອບໃຫ້ສູນບໍລິການໄຟ ຟ້າບັນດາເມືອງ ສົມທົບກັບນາຍບ້ານ ບ້ານຕ່າງເປັນເຈົ້າການ ລົງໂຄສະນາ ປະຊາສໍາພັນ ໃຫ້ລູກຄ້າໄດ້ຮັບຮູ້ ແລະ ເຂົ້າໃຈ.

,

ຮຽນມາດ້ວຍຄວາມນັບຖືຢ່າສູງ

Leave a Reply

Your email address will not be published. Required fields are marked *

Back to top button