ອັດຕາເງິນເຟີ້ ສປປ ລາວ ເດືອນ ສິງຫາ ຢູ່ທີ່ 30.01 ເປີເຊັນ

ອັດຕາເງິນເຟີ້ໃນ ເດືອນສິງຫາ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30,0% (ເດືອນກໍລະກົດ 2022 ແມ່ນ 25,7). ເນື່ອງຈາກດັດຊະນີລາຄາເກືອບທຸກໝວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທັງທຽບເດືອນຕໍ່ເດືອນ ແລະປີຕໍ່ປີ ໂດຍສະເພາະແມ່ນ:

ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ທຽບປີຕໍ່ປີ ແມ່ນສູງເຖິງ 30,2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນໍ້າມັນພືດ, ໝາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ.

ໝວດຄົມມະນາຄົມ ແລະ ຂົ່ນສົ່ງ ເພີ່ມຂຶ້ນ 51,7% ຍ້ອນລາຄາ ລົດຍົນ, ເຄື່ອງອາໄຫຼ່ ປັບໂຕສູງຂຶ້ນເນື່ອງຈາກອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າ, ສ່ວນລາຄານໍ້າມັນເຖິງວ່າຈະມີ ການປັບໂຕ ຫຼຸດລົງເລັກນ້ອຍໃນເດືອນ ແຕ່ກໍ່ຍັງສູງຖ້າທຽບໃນຮອບປີຕໍ່ປີ.

ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 20,5% ເນື່ອງຈາກລາຄາເຫຼັກເສັ້ນ, ຊີມັງ, ຖ່ານ, ແກ໊ສ໌ ມີລາຄາສູງຂຶ້ນ.

ປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈ ດັ່ງນີ້:

ເນື່ອງຈາກ ລາຄານໍ້າມັນຍັງສືບຕໍ່ສູງ ຈຶ່ງສົ່ງຜົນໃຫ້ລາຄາເຂົ້າສານ, ພືດຜັກ ແລະໝາກໄມ້ບາງປະເພດປັບໂຕສູງ ຂຶ້ນ;

ປັດໄຈອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າໃນອັດຕາທີ່ສູງ ແມ່ນຍັງສືບຕໍ່ສົ່ງຜົນກະທົບຕໍ່ລາຄາສິນຄ້າອຸປະໂພກ ບໍ່ໂພກປັບໂຕສູງຂຶ້ນຢູ່ ບວກກັບເງື່ອນໄຂສະພາບອາກາດທີ່ບໍ່ເອື້ອອຳນວຍ ພ້ອມທັງມີຕົ້ນທຶນການຜະລິດທີ່ສູງ ເປັນຕົ້ນແມ່ນລາຄາປຸຍທີ່ສູງຂຶ້ນ;

ບາງປະເພດສິນຄ້າທີ່ສາມາດຜະລິດໄດ້ເອງ ເຊັ່ນ: ໝູ່, ງົວ, ຄວາຍ, ໄກ່, ພືດຜັກ, ເຫຼັກ, ຊີມັງ ແລະອື່ນໆ ລ້ວນ ແລ້ວແຕ່ຍັງເພິ່ງພາວັດຖຸດິບຈາກພາຍນອກ ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າດັ່ງກ່າວເປັນຕົ້ນແມ່ນປຸຍ, ວັກຊິນ, ອາຫານສັດ,

ເຄື່ອງເບິ່ງແຍງຮັກສາສຸຂະພາບ ທີ່ເພີ່ມຂຶ້ນ ແລະອຸປະກອນເຄື່ອງມືຕ່າງໆເປັນຕົ້ນ ບວກ ກັບພາວະເສດຖະກິດຂອງໂລກທີ່ຢູ່ໃນພາວະຖົດຖອຍຈຶ່ງສົ່ງຜົນໃຫ້ລາຄາວັດຖຸດິບດັ່ງກ່າວຖືກຜົນກະທົບໄປ ຕາມໆກັນ.

.

ທີ່ມາ: ສູນສະຖິຕິແຫ່ງຊາດ

Leave a Reply

Your email address will not be published. Required fields are marked *

Back to top button