ອິນໂດເນເຊຍ ປັບຂຶ້ນ ລາຄາຂາຍຍ່ອຍ ນ້ຳມັນ ຮອບດຽວ 30%

ໃນວັນທີ 4 ກັນຍາ 2022 ທາງການອິນໂດເນເຊຍ ຕັດສິນໃຈປັບຂຶ້ນລາຄາ ຂາຍຍ່ອຍ ນ້ຳມັນ ຮອບດຽວ 30% ເພື່ອຄວບຄຸມເງິນອຸດໜູນທີ່ກຳລັງເພີ່ມຂຶ້ນຫລາຍ ເຖິງມີຄວາມສ່ຽງຈາກການປະທ້ວງຂອງປະຊາຊົນກໍຕາມ

ທ່ານ Arifin Tasrif ລັດຖະມົນຕີພະລັງງານຂອງອິນໂດເນເຊຍ ໃຫ້ຮູ້ວ່າ: ລາຄານ້ຳມັນແອັດຊັງເພີ່ມຂຶ້ນເປັນ 10,000 ຣູເປຍ ປະມານ 24.50 ບາດ ຕໍ່ລິດ ຈາກ 7,650 ຣູເປຍ ຂະນະທີ່ນ້ຳມັນກາຊວນຈະເພີ່ມເປັນ 6,800 ຣູເປຍ ຫລື 16.66 ບາດ ຕໍ່ລິດ

ເສດຖະກິດທີ່ໃຫຍ່ທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້ໄດ້ເພີ່ມເງິນອຸດໜູນດ້ານພະລັງງານໃນປີ 2022 ເປັນ 502 ລ້ານ ຣູເປຍ ເພີ່ມຂຶ້ນເປັນ 3 ເທົ່າຂອງງົບປະມານເກົ່າ ໂດຍໄດ້ຮັບແຮງໜູນຈາກລາຄານ້ຳມັນໂລກທີ່ສູງຂຶ້ນ ແລະ ຄ່າເງິນຣູເປຍທີ່ອ່ອນຄ່າລົງ ຖ້າບໍ່ຂຶ້ນລາຄາ ງົບປະມານຈະເພີ່ມຂຶ້ນເປັນ 698 ລ້ານຣູເປຍ

ທ່ານ Sri Mulyani Indrawati ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ຄາດວ່າ ເງິນອຸດໜູນພະລັງງານທັງໝົດຄາດວ່າຈະຢູ່ລະຫວ່າງ 591-649 ລ້ານຍ ຣູເປຍ ສຳລັບປີນີ້ຫລັງຈາກການຂຶ້ນລາຄາ ໂດຍຄາດວ່າລາຄານ້ຳມັນດິບສະເລ່ຍຢູ່ລະຫວ່າງ 85-100 ໂດຣາຕໍ່ບາເຣວໃນຊ່ວງທີ່ເຫລືອຂອງປີ

Leave a Reply

Your email address will not be published. Required fields are marked *

Back to top button