ອຸຕຸເຕືອນ!! ວັນທີ 5-11 ກັນຍາ 2022 ນີ້ ແຕ່ລະແຂວງນີ້ ຈະມີຝົນຕົກໜັກພ້ອມມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນໄລຍະໜຶ່ງອາທິດ ວັນທີ 5-11 ກັນຍາ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອ ດ້ານຕາເວັນຕົກ ລົງຫາພາກກາງຂອງປະເທດລາວ,

ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດແຕ່ວັນທີ 5-11 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນ ລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕ່ໍາ ສຸດ 17-21 ອົງສາ ແລະ ສູງສຸດ 25–30 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນ ລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນໃນກາງຫາທ້າຍອາທິດ ອຸນຫະພູມຕ່ໍາສຸດ 22-25 ອົງສາ ແລະ ສູງສຸດ 32-35 ອົງສາ.

ພາກກາງ: ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-35 ອົງສາ, ສໍາລັບແຂວງ ໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15-17 ອົງສາ ແລະ ສູງສຸດ 25-28 ອົງສາ.

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-35 ອົງສາ,

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ  ເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 14-10 ອົງສາ ແລະ ສູງສຸດ 21-27 ອົງສາ.

..

..

..

Leave a Reply

Your email address will not be published. Required fields are marked *

Back to top button