ຈັບໄດ້​ແລ້ວ ໂຈນລັກຂັບ​ເຄື່ອງ​ບິນ​​ ​ເປັນ​ລູກ​ຈ້າງ​ສ​ະນາມ​ບິນ

ຕຳ​ລວດ​ໃນ​ຣັດ​ມິດ​ຊິດ​ຊິບ​ປີ ​ຈັບ​ກຸມ​ຕັົ​ຊາຍ​ຜູ້​ລັກ​ເຄື່ອງ​ບິນ​ນ້ອຍ​ແລະ​ຂູ່​ຈະ​ຂັບ​ພຸ່ງ​ຊົນ​ຫ້າງ​ຯ ວອນ​ມາ​ຣົ໌ດ ​ໄດ້​ແລ້ວ ຫຼັງ​ຈາກ​ທ່ານ​ຂັບ​ເຄື່ອງ​ບິນ​ວົນ​ອ້ອມ​ເມືອງ​ດົນ​ຫຼາຍ​ຊັ່ວ​ໂມງ ກ່ອນ​ຈະ​ລົງ​ຈອດ​ໄດ້​ສຳ​ເຣັດ

ສຳ​ນັກ​ຂ່າວ ซีบีเอสนิวส์ ລາ​ຍ​ງານ​ວ່າ ເຄື່ອງບິນນ້ອຍ ຊຶ່ງ​ບິນ​ວົນ​ເໜືອ​ເມືອງ​ຕູ​ເປ​ລູ ທາງເຫນືອ​ຂອງ ລັດມິສຊີບປີ ສະຫະຣັດ​ອາ​ເມ​ຣິ​ກາ ເມື່ອ​ຊ່ວງ​ເຊົ້າ​ວັນ​ເສົາ​ ​໌​ທີ່ 3 ກ.ຍ. 2565 ທີ່​ຜ່ານມາ ລົງ​ຈອດ​ຢ່າງ​ປອດ​ໄ​ແລ້ວ ຫຼັງ​ຈາກ​ຄົນ​ຂັບ​ໂທຣະ​ສັບ​ຂູ່​ຕຳ​ຫລວດວ່າ ຈະ​ບັງຄັບ​ເຄື່ອງ​ບິນ​ພຸ່ງ​ຊົນ​ຫ້າງ​ສັບ​ສິນ​ຄ້າວອນມາດ  ทำໃຫ້​ຕ້ອງ​ມີ​ກາ​ນອົບ​ຍົກ​ຜູ້​ຄົນໃນພື້ນທີ່

ຫົວ​ໜ້າ​ຕຳ​ຣວດ​ເມືອງ​ຕູ​ເປ​ລູ​ອອກຖະ​ແຫລງ​ຂ່າວ​ໃນ​ຊ່ວງ​ບ່າຍ​ວັນເສົາ​​ ລະ​ບຸ​ວ່າ ຄົນ​ຂັບ​ເຄື່ອງ​ບິນ​ມີ​ຊື່​ວ່າ ຄໍ​ຣີ ເວ​ຢົ໌ນ ແພດ​ເຕ​ີ​໌​ສັນ ຖືກ​ຄວບ​ຄຸມ​ຕົວ​ແລ້ວ ແລະ​ຖືກ​ຕັ້ງ​ຂໍ້​ຫາ​ລັກ​ຊັບ​ສິ່ງ​ຂອງ​ມູນ​ຄ່າ​ສູງ (grand larceny) ແລະ​ຂົ່ມ​ຂູ່​ກໍ່​ການ​ຮ້າຍ ນອກ​ຈາກ​ນັ້ນ ທ່ານ​ອາດ​ຖືກ​ໂດນ​ຂໍ້​ຫາ​ລະ​ເມີດ​ກົດຫມາຍ​ລັດຖະບານ​ກາງ ຊຶ່ງ​ມີ​ໂທດ​ໜັກ​ກວ່າ​ກົດຫມາຍ​ລະ​ດັບ​ລັດ​ດ້ວຍ

ຕຳ​ລວດ​ເຜີຍ​ອີກ​ວ່າ ນາຍ​ແພດ​ເຕີ​໌​ສັນ ຊຶ່ງ​ເປັນ​ລູກ​ຈ້າງ​ຂອງ​ສະ​ນາມ​ບິນ​ໃນ​ເມືອງ​ຕູ​ເປ​ລູ ລັກ​ເຄື່ອງ​ບິນ Beechcraft King Air C90A ອອກ​ມາ​ໃນ​ເວລາ​ປະ​ມານ 05.00 ນ.ວັນເສົາ​ຣ​໌​ຕາມ​ເວລາ​ທ້ອງ​ຖິ່ນ ໃນ​ຂະນະ​ທີ່​ບໍ່​ມີກ​ນ​ຢູ່ໃນ​ຫໍ​ບັງຄັບ​ການ​ບິນ ທ່ານ​ບໍ່​ມີ​ໃບ​ອະນຸຍາດ​ຂັບ​ຂີ່​ເຄື່ອງ​ບິນ ບໍ່​ມີ​ປະສົບການ​ນຳ​ເຄື່ອງ​ລົງ​ຈອດ ແຕ່​ເຄີຍ​ໄດ້ຮັບ​ການ​ຝຶກ​ບິນ​ ໂດຍ​ງານ​ຫຼັກ​ຂອງ​ທ່ານ​ທີ່ສະ​ນາມ​ບິນ​ຄື​ການ​ເຕີມ​ເຊື້ອ​ເພີງ​ຫລືນ້ຳມັນເຄື່ອງ​ບິນ

ທັງ​ນີ້ ເຄື່ອງ​ບິນ Beechcraft ບິນ​ຢູ່​ດົນ​ກວ່າ 5 ຊັ່ວ​ໂມງ ໂດຍ​ຂໍ້​ມູນ​ຈາກ​ເວັບ​ໄຊ​ຕ​໌​ຕິດ​ຕາມ​ການ​ເທິງ​ອອນ​ໄລ​ນ​໌​ຊີ້​ວ່າ ເຄື່ອງ​ບິນ​ເປັນ​ວົງກົມ​ຫຼາຍ​ອ້ອມ​ເໜືອ​ເມືອງ​ຕູ​ເປ​ລູ​ແລະ​ຊຸມ​ຊົນ​ໃກ້​ຄຽງ ໂດຍ​ໃນ​ເວລາ​ປະ​ມານ 08.00 ນ. ເຄື່ອງ​ບິນ​ກໍ​ອອກຈາກ​ນ່ານ​ຟ້າ​ເມືອງ​ຕູ​ເປ​ລູ ໄປ​ຍັງ​ໂຣງ​ງານ​ຜະລິດ​ຂອງ​ບໍລິສັດ​ໂຕ​ໂຢ​ຕ້າ ໃກ້​ເມືອງ​ບະ​ລູ ສ​ະປຣິງ​ສ​໌ ຊຶ່ງ​ຢູ່​ໃກ້​ກັນ

ແລະ​ຫຼັງ​ຈາກ​ເວລາ​ຜ່ານ 09.30 ນ.ບໍ່​ດົນ ນາຍ​ແພດ​ເຕ​ີສັນ​ກໍ​ໂພ​ສ​ຕ​໌​ຂໍ້ຄວາມ​ເທິງ​ເຟ​ຊ​ບຸ໊​ກ​ຈາກ​ເຄື່ອງ​ບິນ​ລຳ​ນີ້ ໂດຍ​ດ້ວຍ​ຄຳ​ວ່າ “ລາ​ກ່ອນ” ຄາດ​ວ່າ​ເນື່ອງ​ຈາກ​ນ້ຳ​ມັນ​ໃກ້​ໝົດ ຢ່າງໃດ​ກໍ​ຕາມ ນັກ​ບິນ​ເອກ​ຊົນ​ຄົນ​ໜຶ່ງ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ເຈົ້າ​ຫນ້າທີ່ ແລະ​ຄ່ອຍ​ຖ້າ​ໃຫ້​ຄຳ​ແນະ​ນຳ​ແກ່​ນາຍ​ແພດ​ເຕ​ີ​໌​ສັນ ຈົນ​ທ່ານ​ສາມາດ​ນຳ​ເຄື່ອງ​ບິນ​ລົງ​ຈອດ​ໄດ້​ໃນ​ອີກ 30 ນາ​ທີ​ຕໍ່​ມາ

ເຄື່ອງ​ບິນ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ນ້ອຍໆ​ຂະນະ​ລົງ​ຈອດ ສ່ວນ​ສຳ​ນັກ​ງານ​ບໍລິຫານ​ການ​ບິນ​ແຫ່ງ​ຊາ​ດ​ສະຫະຣັດ​ (FAA) ເຜີຍ​ວ່າ ເຄື່ອງ​ບິນ​ລົງ​ຈອດ​ໃນ​ຈຸດ​ຫ່າງ​ຈາກ​ສ​ະນາມ​ບິນ​ຣິ​ບ​ລີ​ສ​໌ ຂອງ​ເມືອງ​ດຽວ​ກັນ​ໄປ​ຫຼາຍ​ໄມ​ລ​໌ ໂດຍ​ບໍ່​ມີ​ໃຜ​ໄດ້ຮັບ​ບາດ​ເຈັບ​ໃນ​ເຫດການ​ນີ້ ແຕ່​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ວ່າ ເຫດ​ໃດ​ນາຍ​ແພດ​ເຕ​ີ​໌​ສັນ​ຈຶ່ງ​ຕັດ​ສິນ​ໃຈ​ກໍ່​ເຫດໃນຄັ້ງນີ້

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button