ຕົ້ນຕູມກາຂາວ​ເປັນຢາ​ດີ​ບຳລຸງຫົວໃຈ,​ ບຳລັງປະສາດ,​ ປາດົງຂໍ, ແກ້ແຜເນົ່າເປື້ອຍຊຳເຮື້ອ

ສັບພະຄຸນຂອງຕົ້ນຕົ້ນຕູມກາຂາວແມ່ນມີຫລາກຫລາຍ​ຫລື​ສາມາດເອົາມາເປັນຢາຮັກສາໂລກພະຍາດຫລາຍຊະນິດເຊັ່ນ:

ຮາກ: ຝົນກັບນ້ຳທາແກ້ອັກເສບງູກັດ (ຮາກ, ຕົ້ນ), ເປັນຢາແກ້ໄຂ້ມາລາເຣຍ, ແກ້ທ້ອງອືດ, ທ້ອງເຟີ້ ແລະ ຕົ້ມດື່ມເປັນຢາລະບາຍ (ຕົ້ມປະສົມກັບຕົ້ນກຳແພງຈັດຊັ້ນ, ຮາກປໍຂາວ ແລະ ຮາກສະມ່ວງ).

ເປືອກຕົ້ນ: ຊ່ວຍຈະເລີນອາຫານ (ເປືອກຕົ້ນ, ເນື້ອໄມ້), ເປັນຢາບຳລຸງຫົວໃຈ, ຄ້ຽວກິນກັບເກືອແກ້ອາການເຈັບທອງ, ໃຊ້ເປັນຢາແກ້ພິດສັດກັດຕ່ອຍ ແລະ ຝົນກັບເຫຼົ້າພອກ ຫຼື ກິນແກ້ອາການອັກເສບຈາກພິດງູກັດ.

ເນື້ອໄມ້: ຊ່ວຍບຳລັງປະສາດ, ແກ້ໄຂ້, ແກ້ພິດຮ້ອນ, ແກ້ໄຂ້ຊຶມ, ເປັນຢາແກ້ເຈັບເມື່ອຍຕາມຮ່າງກາຍ ແລະ ຕົ້ມດື່ມເປັນຢາແກ້ເບົາຫວານ (ຕົ້ມກັບເຄືອເຂົາຮໍ).

ຕົ້ນ: ຕົ້ມ ຫຼື ຝົນທາແກ້ອາການເຈັບຂໍ້ ແລະ ຕົ້ມດ່ື່ມເປັນຢາແກ້ພິດພາຍໃນ.

ໃບ: ຕຳພອກແກ້ແຜເນົ່າເປື້ອຍຊຳເຮື້ອ, ຕຳພອກ ຫຼື ຄັ້ນເອົານ້ຳທາຮັກສາພະຍາດຜິວໜັງ, ຂີ້ກາກ ແລະ ແກ້ອາການຟົກບວມຕາມຜິວໜັງ.

ແກ່ນ: ຊ່ວຍຈະເລີນອາຫານ, ຊ່ວຍຂັບນ້ຳຍ່ອຍ, ແກ້ອິດເມື່ອຍ, ເປັນຢາບຳລຸງທາດ, ຊ່ວຍກະຕຸ້ນປະສາດສ່ວນກາງ, ບຳລຸງປະສາດຫູ, ຕາ, ດັງ, ຊ່ວຍບຳລຸງຫົວໃຈ ເຮັດຫົວໃຈເຕັ້ນແຮງ, ແກ້ເລືອດພິດ, ແກ້ໄຂ້ ເຮັດໃຫ້ຕົວເຢັນລົງ, ແກ້ພະຍາດປາດົງຂໍ, ແກ້ອາການປວກຮາກ, ບຳລຸງກ້າມຊີ້ນກະເພາະອາຫານເຮັດໃຫ້ລຳໄສ້ແຂງແຮງ,

ຊ່ວຍແກ້ລົມໃນທ້ອງ, ຂັບລົມໃນລຳໄສ້, ຂັບພະຍາດພິດ, ຂັບປັດສະວະ, ແກ້ລິດຊີດວງທະວານ, ບຳລຸງທາງເພດຂອງທ່ານຊາຍ, ແກ້ໜອງໃນ, ແກ້ໝາກໄຂ່ຫຼັງອັກເສບ, ໃຊ້ເປັນຢາແກ້ພິດງູ, ພິດຂີ້ເຂັບ, ແມງງອດ, ແກ້ອາການເຈັບເມື່ອຍ, ແກ້ອຳມະພາດ, ແກ້ເສັ້ນຕາຍ, ແກ້ເໜັບຊາ ແລະ ອາການຊາຕາມແຂນຂາ.

ນອກຈາກນີ້ແລ້ວ​ ຕົ້ນ, ຮາກ ແລະ ໃບນຳມາປະສົມກັນເປັນຢາຂັບພະຍາດພິດໃນມ້າ ແລະ ສັດລຽງ.

ໝາຍເຫດ: ທຸກພາກສ່ວນຂອງຕົ້ນມີພິດ, ເປັນຢາທີ່ອັນຕະລາຍຫຼາຍ ກ່ອນນຳໄປໃຊ້ຕ້ອງຜ່ານຂະບວນການກຳຈັດພິດ.

ຂອບໃຈທີ່ມາ: ພາເຂົ້າລາວ

Leave a Reply

Your email address will not be published. Required fields are marked *

Back to top button