ເຈົ້ານະຄອນຫຼວງພະບາງ ໄດ້ຊີ້ແຈງ​ 3 ສາເຫດບໍ່ມີການຊີງຊະນະເລີດ

ວັນທີ 31 ສິງຫາ 2022 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ຊີ້ແຈງກ່ຽວກັບ ບັນຫາຫາງສຽງສັງຄົມ ຕໍ່ການຊ່ວງເຮືອປະຈຳປີ ພສ 2565 ໂອກາດບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ທີ່ບໍ່ມີການແຂ່ງຂັນໃນຮອບຊີງຊະນະເລີດ ເຊິ່ງເປັນການພົບກັນລະຫວ່າງ ເຮືອຊ່ວງຂອງນະຄອນຫຼວງວຽງຈັນ ກັບ ເຮືອຊ່ວງຂອງແຂວງໄຊຍະບູລີ .

ທ່ານ ວຽງທອງ ຫັດສະຈັນ ກ່າວວ່າ: ການຊ່ວງເຮືອປະຈຳປີພສ 2565 ຢູ່ນະຄອນ ຫຼວງພະບາງບໍ່ມີການຊີງຊະນະເລີດຍ້ອນ

1. ເຮືອຄູ່ຊີງຊະນະເລີດທັງສອງລຳ ມີຂໍ້ຂັດແຍ້ງກັນມາກ່ອນຮອບຊີງຊະນະເລີດ ເຮັດໃຫ້ເວລາຈະອອກຈາກພ່ວງປ່ອຍ ບາງຄັ້ງມີລຳໜຶ່ງອອກ ບາງລຳບໍ່ຍອມອອກ.​

2.ນັກກິລາເຮືອຊ່ວງທັງສອງລຳ ຂາດຈັນຍາບັນຂອງນັກກິລາ ໂດຍບໍ່ຄິດວ່າທຸກຄົນທີ່ຊົມຢູ່ສອງຝັ່ງນ້ຳຄານ ແລະຊົມຜ່ານການຖ່າຍທອດສົດ ຖ້າເບິ່ງການຊ່ວງເຮືອຄູ່ຊີງຊະນະເລີດ.​

3.ຍ້ອນກຳມະການ ດຳເນີນການກວດກາເຕັກນິກບໍ່ຄົບຖ້ວນ ຕາມລະບຽບການ ແລະບໍ່ເຂັ້ມງວດໃນການປະຕິບັດໜ້າທີ່.​

ສ່ວນບັນຫາທີ່ປິ່ນອ້ອມທ່ານໄດ້ໃຫ້ຮູ້ວ່າ: ເວລາດຳເນີນການແຂ່ງຂັນ ຍັງມີຄະນະຮັບຜິດຊອບເຮືອຊ່ວງ ນຳໃຊ້ເຮືອຈັກ ແລ່ນໄປ-ມາ ໃນສະຖານທີ່ແຂ່ງຂັນ, ພ້ອມນີ້ ການແຂ່ງຂັນແຕ່ລະລ່ອງໃຊ້ເວລາແກ່ຍາວ ເຮັດໃຫ້ນັກກິລາບໍ່ມີສະມາທິໃນການແຂ່ງຂັນ.

ທ່ານ ວຽງທອງ ຫັນສະຈັນ ໃຫ້ຮູ້ຕື່ມວ່າ: ຕໍ່ກັບບັນຫາຫາງສຽງສັງຄົມທີ່ເກີດຂຶ້ນ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ເຮັດໜັງສືແຈ້ງເຊີນໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າມາປຶກສາຫາລືຊອກຫາສາເຫດຕົວຈິງ

ໂດຍໄດ້ຮັບໜັງສືແຈ້ງຕອບຈາກທຸກພາກສ່ວນ ແລະສາມາດສະຫຼຸບບັນຫາລວມຕົວຈິງ ແມ່ນເຮືອຊ່ວງຂອງແຂວງໄຊຍະບູລີ ໄດ້ສະຫຼະສິດເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ ຍ້ອນສະພາບເຮືອມີບັນຫາຕິດຂັດ ຄະນະກຳມະການຈຶ່ງຕັດສິນໃຫ້ເຮືອຊ່ວງນະຄອນຫຼວງວຽງຈັນ ໄດ້ຄອງຊະນະເລີດ.

ໂອກາດນີ້ ທ່ານໄດ້ສະແດງຄວາມຂອບໃຈທີ່ທຸກພາກສ່ວນໃນສັງຄົມ ທີ່ໄດ້ສົ່ງຄຳເຫັນຕໍ່ການຈັດງານບຸນຊ່ວງເຮືອຢູ່ນະຄອນ ຫຼວງພະບາງ ໃນປີນີ້ ເຊິ່ງທຸກບັນຫາຄົງຄ້າງ ອົງການປົກນະຄອນ ຫຼວງພະບາງ ຂໍຮັບເອົາທຸກບັນຫາຄົງຄ້າງ ເພື່ອສືບຕໍ່ຊີ້ນຳຄະນະກຳມະການຈັດການແຂ່ງຂັນ ເພື່ອເຮັດໃຫ້ການຈັດງານບຸນໃນປີ 2023 ປະສົບຜົນສຳເລັດ ແລະໄດ້ຮັບຜົນດີຂຶ້ນກວ່າເກົ່າ.

ຄລີບ

Leave a Reply

Your email address will not be published. Required fields are marked *

Back to top button