ອີຣານ-ຣັດເຊຍ ຈະຊື້ຂາຍດ້ວຍ ສະກຸນເງິນຣຽວ ແລະ ຣູເບິນ ຢ່າງເປັນທາງການ ໂດຍບໍ່ຕ້ອງສົນເງີນໂດລາ

ກຸງເຕຫະລານ ປະກາດວ່າ ອີຣານ ແລະ ຣັດເຊຍ ຈະເລີ່ມຊື້ຂາຍສະກຸນເງິນຣຽວ ແລະ ຣູເບິນ ຢ່າງເປັນທາງການໃນການເຮັດທຸລະກຳດ້ານອື່ນໆ ເປັນການແລກປ່ຽນສະກຸນເງິນຮ່ວມກັນ ໂດຍຈະຫຼຸດຄ່າເງິນໂດລາສະຫະລັດ.

ອາລີ ຊາເລຮາບາດີ ຜູ້ວ່າການທະນາຄານກາງອີຣານ ລະບຸວ່າ ອີຣານ ແລະ ຣັດເຊຍ ຈະໃຊ້ເງິນ ຣຽວ ແລະ ຣູເບິນ ເພື່ອການຄ້າ ການໃຊ້ເງິນຣຽວໃນການຄ້າກັບປະເທດອື່ນ

ເປັນໜຶ່ງໃນວາລະສຳຄັນຂອງລັດຖະບານພາຍໃຕ້ການດຳລົງຕຳແໜ່ງຂອງ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ຫຼັງຈາກເລີ່ມມີການເປີດຊື້ຂາຍໃຊ້ສະກຸນເງິນ ຣຽວ-ຣູເບິນ ໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດຂອງອີຣານ ໃນຊ່ວງທ້າຍເດືອນກຳລະກົດນີ້.

ສະກຸນເງິນຣູເບິນ

ຊາເລຮາບາດີ ລະບຸວ່າ ອີຣານ ແລະ ຣັດເຊຍ ໄດ້ເລີ່ມການຊື້ຂາຍໂດຍໃຊ້ຄ່າສະກຸນເງິນດັ່ງກ່າວໃນຕະຫຼາດທະວີພາຄີການຄ້າໃນຈຳນວນໜຶ່ງແລ້ວ ແລະ ຈະຂະຫຍາຍໄປສູ່ການເຮັດທຸລະກຳດ້ານອື່ນໆເພີ່ມອີກ.

ຄລີບ

ແຫຼ່ງຂ່າວຈາກ Xinhua

Leave a Reply

Your email address will not be published. Required fields are marked *

Back to top button