ເ.ດັ.ກຊາຍ ເສຍຊີວິດຈາກໂຄວິດ

ຄົນທີ 1 : ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບໍານານ, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ,

• ພະຍາດປະຈໍາຕົວ: ມະເຮັງລໍາໄສ ແລະ ຄວາມດັນເລືອດສູງ; ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົນ ່

ວັນທີ 12 ພະຈິກ 2021: ຄົນເຈັບມີອາການໄຂ້, ໂອ, ຫາຍໃຈຝຶດ

ວັນທີ 14 ພະຈິກ 2021: ໄດ້ມາກວດ ຢູ່ໂຮງຫມໍມິດຕະພາບ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19

• ວັນທີ 15 ພະຈິກ 2021: ຜົນກວດພົບເຊື້ອ ແລະ ເຂົ້ານອນປິ່ນປົວຢູ່ໂຮງຫມໍມິດຕະພາບ

– ໄລຍະນອນປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 15-18 ພະຈິກ 2021 ເປັນເວລາ 04 ວັນ

– ເວລາ 18:18 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ •

ຄົນທີ 2 : ເພດຍິງ, ອາຍຸ 82ປີ, ອາຊີບ: ແມ່ເຮືອນ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພະຍາດປະຈໍາຕົວ: ຄວາມດັນເລືອດສູງ • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19; ຜູ້ກ່ຽວຕິດເຊື້ອຈາກສະມາຊິກໃນຄອບຄົວ

ວັນທີ 9 ພະຈິກ 2021: ຜົນກວດຢັ່ງຢືນຕິດເຊື້ອ ແລະ ຖືກນໍາສົ່ງຈາກໂຮງຫມໍເມືອງແກ້ວອຸດົມ ເຂົ້າມາສູນຝົນ • ປົວໂຄວິດໂພນໂຮງ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແຫນ້ນຫນ້າເອິກ, ໄຂ້ ແລະ ນັບແຕ່ວັນທີ 09-18 ພະຈິກ 2021: ໃນຕະຫລອດໄລຍະການປິ່ນປົວ ອາການຂອງຜູ້ກ່ຽວບໍ່ດີຂຶ້ນ )

• ວັນທີ 17 ພະຈິກ 2021: ຄົນເຈັບບາຍໃຈຕອບ ແພດຫມໍ, ພະຍາບານໄດ້ສຸມທຸກກໍາລັງເຊີດຊູທັງຢາ ແລະ ອຸປະ ່ ກອນເຕັມທີ ແຕ່ຄົນເຈັບບໍ່ມີອາການຕອບສະຫນອງ ,

• ເວລາ 16:30 ໂມງ ຂອງວັນທີ 18 ພະຈິກ 2021 ຜູ່ກ່ຽວໄດ້ເສຍຊີວິດ

່ ຄົນທີ 3 : ເດັກຊາຍ, ອາຍຸ 1 ເດືອນ 14 ມື້, ບ້ານຜາບ່ອງ, ເມືອງຫີນເຫີບ, ແຂວງວຽງຈັນ – ຕິດເຊື້ອຈາກສະມາຊິກໃນຄອບຄົວ • ວັນທີ 17 ພະຈິກ 2021: ເຂົ້າໄປກວດຢູ່ສຸກເສີນໂຮງຫມໍແຂວງວຽງຈັນ ຍ້ອນອາການໄຂ້, ຮາກ, ຖ່າຍເປັນນ້ໍາ • ດູດນົມໄດ້ເລັກນ້ອຍ ຈຶ່ງໄດ້ເກັບຕົວຢ່າງກວດ ຜົນເປັນບວກ ແລະ ຖືກສົ່ງໂຕມາສູນປິ່ນປົວໂຄ ວິດໂພນໂຮງ • ວັນທີ 18 ພະຈິກ 2021: ເດັກດູດນົມ, ຫາຍໃຈດ້ວ, ອາການທາງລະບົບຫາຍໃຈຊູດໂຊມ, ແພດໄດ້ສຸມໃສ່ເຊີດຊູ

່ ໃຫ້ຢາເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະຫນອງ ່• ເວລາ 4:00 ໂມງ ຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຂໍ້ມູນ: ສະເພາະກິດສູນກາງ

Leave a Reply

Your email address will not be published. Required fields are marked *

Back to top button