ພົບແລ້ວມື້ທີ 3 ຂອງການຄົ້ນຫາເດັກ 10 ປີສູນຫາຍໃນນໍ້າ

ພົບແລ້ວມື້ທີ3ຂອງການຄົ້ນຫາເດັກ10ປີສູນຫາຍໃນນໍ້າ

ໃນວັນທີ 2/10/2021 ໜ່ວຍກູ້ໄພແຂວງໄຊຍະບູລີ1624 ສືືບຕໍ່ຮ່ວມຄົ້ນຫາກັບທະຫານແຂວງໄຊຍະບູລີຈາກກໍລະນີເດັກນ້ອຍອາຍຸ10ປີ ສູນຫາຍໃນນໍ້າຮຸ່ງ ເຂດບ້ານປົ່ງ ເມືອງແລະແຂວງໄຊຍະບູລີ.

ທີມກູ້ຊີບ-ກູ້ໄພແຂວງໄຊຍະບູລີໄດ້ເລີ້ມຄົ້ນຫາແຕ່ເວລາ8:00ຈົນເຖິງເວລາປະມານ15:36ນາທີ ເຊິ່ງຈັດໂຊນຄົ້ນຫາເປັນແຕ່ລະໄລຍະລວມ10ກວ່າກິໂລແມັດ ຈຶ່ງພົບເຫັນຊາກສົບເຂດຫາດຈອນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທີມງານກຳລັງປະສານຫາເຈົ້າໜ້າທີ່ກ່ຽວຂ້ອງເກັບກຳຂໍ້ມູນແລ້ວນຳສົ່ງໃຫ້ຍາດພີ່ນ້ອງຕາມຂັ້ນຕອນ.

ທາງບໍລິສັດຫ້າງຮ້ານໄດທີ່ຢາກປະກອບສ່ວນບໍລິຈາກຊຸດດຳນໍ້າສາມາດຕິດຕໍ່ພົວພັນໄດ້ທີ່ເບີ02058871624,02059593361

ທ່ານສາມາດມາບໍລິຈາກຜ່ານເລກບັນຊີທະນາຄານການຄ້າຕ່າງປະເທດລາວມະຫາຊົນເລກບັນຊີ: 120-11-000-1733261-001ຊື່ບັນຊີ: SAYABOURY VICTIM AID FOUNDATION

ຫ້ອງການຕັ້ງຢູ່ບ້ານ ດອນໃຫມ່ ເມືອງແລະແຂວງ ໄຊຍະບູລີ ຕິດອານຸສາວະລີແຂວງ.ໂທສາຍດ່ວນ: 1624 ເບີມືຖື:02077577331 ຮັບໃຊ້ຟຣີ 24 ຊົ່ວໂມງ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button