ໃນນາມເຈົ້າຂອງລົດຂໍອອກມາຊີ້ແຈ້ງທີ່ມາທີໄປຂອງເລື່ອງຂາຍປີ້ໃຫ້ກັບລູກຂອງເອື້ອຍ

ໃນນາມເຈົ້າຂອງລົດຂໍອອກມາຊີ້ແຈ້ງທີ່ມາທີໄປຂອງເລື່ອງຂາຍປີ້ໃຫ້ກັບລູກຂອງເອື້ອຍ Vilaisan Viengluang

1, ຜູ້ກ້ຽວໄດ້ຊື້ປີ້1ໃບຈາກຄິວສະຫວັນພ້ອມລູກສາວອາຍຸປະມານ10ປາຍປີ

2, ລົດໄດ້ອອກຈາກຄິວຄົນເກັບເງີນໄປກວດປີ້ໂດຍສານທຸກຄົນແລະເຫັນວ່າລູກຂອງເອື້ອຍໃຫຍ່ແລ້ວຈະໄດ້ຂາຍປີ້ໃຫ້ຖ້າຄົນຂື້ນລົດລູກເອື້ອຍຈະໄດ້ນັ່ງສະບາຍຫລືເອື້ອຍຈະອຸ້ມນັ່ງນຳ?

3/ລົດຮອດຄິວເຊໂນມີຄົນໂດຍສານຈຳນວນຫລາຍໄດ້ທະຍ່ອຍຂື້ນລົດຊື້ປີ້ບ່ອນນັ່ງຈົນເຫລືອບ່ອນສຸດທ້າຍທີ່ລູກສາວລາວນັ່ງຄົນເກັບເງີນຈື່ງໄດ້ພາຄົນໂດຍສານຍ່າງໄປພໍໄປຮອດລາວໄດ້ເອີຍຖາມຄົນເກັບເງີນກ່ອນວ່າປີ້ລູກຂ້ອຍທໍ່ໃດ?

ທາງເຮົາໄດ້ຕອບ130000₭ລາຄາດຽວຜູ້ນ້ອຍຜຸ້ໃຫຍ່ແມ່ນຂາຍຕາມບ່ອນນັ່ງແລະລາຄາຄິວ!ລາວຕໍ່110000₭ແຕ່ພວກເຮົາບໍ່ໄດ້ລຸດເພາະເປັນລາຄາຂາຍຕາມຄິວຕອນຂາຍໃຫ້ເຮົາຍັງຢູ່ໃນເຊໂນ

4/ການທີ່ຂາຍປີ້ເພີ່ມນຳທາງໃຫ້ລາວຍ້ອນຄົນເກັບເງີນໄປກວດປີ້ຄົນໂດຍສານເຫັນວ່າລູກລາວໃຫຍ່ສົມຄວນທີ່ຈະຂາຍປີ້ໃຫ້ເພາະລາວຊື້ບ່ອນນັ່ງບ່ອນດຽວແລະຄົນໂດຍສານເຮົາເຕັມເຮົາກະຕ້ອງໄດ້ໃຫ້ສິດຜູ້ທີ່ຊື້ປີ້ທາງເຮົາກະບໍ່ໄດ້ບັງຂັບລາວລາວເອງກະພໍໃຈຈ່າຍເງີນຊື້ປີ້ໃຫ້ລູກລາວ

5/ອອກລົດມາຕາມສາຍທາງມີຄົນໂດຍສານລັດພວກເຮົາກະຕ້ອງໄດ້ຮັບລະໄດ້ໃຊ້ຕັ່ງເສີ່ມແຕ່ບໍ່ໄດ້ໃຫ້ໃຜໄປນັ່ງຮ່ວມເບາະນັ່ງຂອງລາວ

6/ຄ່າເຂົ້າສານແລະເຄື່ອງທາງລົດແມ່ນໄດ້ເກັບຖ້າເຂົ້າ30ໂລຂື້ນໄປຫລືເຄື່ອງຫລາຍເກີນ2ຖົງຂື້ນໄປ

7/ແອັດລົດໄລ່ໃຫ້ເກັບຂີ້ເຍື້ອ!ຂື້ເຍື້ອແມ່ນຂີ້ເຍື້ອທີ່ເຮ່ຍບ່ອນນັ່ງລາວເອງທີ່ວ່າໃຫ້ເກັບຖົງຮາກແມ່ນບອກຄົນນັ່ງທາງຂ້າງລາວທີ່ເຂົາຮາກໃຫ້ເຂົາເອົາໄປຖີ້ມ!ຕາມສະຖານທີ່ເຮົາໄດ້ຈອດເບົານຳທາງເຮົາບໍ່ໄດ້ບອກລາວເກັບ

8/ເກັບຄົນຂື້ນຍັດສຳຂັງໜູໂຕນີ້ທາງເຮົາໄດ້ໃຊ້ຕັ່ງເສີ່ມ10ໜ່ວຍລະຄົນຂື້ນກະມີຄົນລົງວຽງລົງນຳທາງແນ່ແຕ່ບໍ່ໄດ້ໄປບຽດລາວກັບລູກ

9/ການທີ່ເຈົ້າຂື້ນລົດຂ້ອຍຖ້າບໍ່ເຂົ້າໃຈຫລືບໍ່ພໍໃຈກະໜ້າຈະຖາມແຕ່ແລກເພາະແຕ່ຄິວສະຫວັນຫາເຊໂນໄລຍະທາງ30ຫລັກ!ແຕ່ນີ້ເອື້ອຍຮອດຈຸດໜາຍປາຍທາງລະເອື້ອຍມາໂຟດລົງເສຍໆຫາຍໃຫ້ທາງເຮົາມັນກະບໍ່ສົມູນ!

ເອື້ອຍໜ້າຈະຖາມເຮົາແຕ່ຢູ່ເຊໂນເພາະເອື້ອຍມີສິດຈະໄປຕໍ່ຫລືລົງລົດກະໄດ້(ໂຕນີ້ກະຝາກໃຫ້ເອື້ອຍຄິດໃສ່ໃຈເພີ່ນໃຈໂຕບໍ່ຢາກໃຫ້ເປັນນັກເລງຄີບອດເຮົາເວົ້າພາ

ສາດຽວກັນເຮົາລົມກັນໄດ້ມີຫຍັງບໍ່ຈະບໍ່ແຈ້ງ)

ສຸດທ້າຍທາງເຮົາກະຂໍໃຫ້ເອື້ອຍເຂົ້າມາພົບເຮົາຢູ່ຫ້ອງການສະຖານີຄິວລົດເມສາຍໃຕ້ເພື່ອໄຂ້ຂໍ້ຂອງໃຈຂອງສັງຄົມທີ່ກຳລັງໂຈມຕີອີກຝ່າຍໂດຍທີ່ໄດ້ຟັງແຕ່ຝ່າຍດຽວເວົ້າ

ເບີໂທ57926565ຕິດຕໍ່ກັບຫາພວກເຮົາແນ່ເດີເອື້ອຍ Vilaisan Veingluang

Leave a Reply

Your email address will not be published. Required fields are marked *

Back to top button