ອຸຕຸແຈ້ງເຕືອນ!.ຫນາວຍັງບໍ່ຈົບງ່າຍ,​ ອາກາດຈະເຢັງລົງ 1-3​ ອົງສາ

ພະຍາກອນອາກາດ ປະຈຳວັນທີ 10-16 ມັງກອນ 2022ມວນອາກາດເຢັນທີ່ປະເທດຈີນຈະມີກຳລັງແຮງເພີ້ມຂຶ້ນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ,

ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 1 ຫາ 3 ອົງສາຢູ່ໃນແຕ່ລະພາກ ແລະ ສະພາບອາກາດໂດຍທົ່ວໄປແມ່ນຍັງຈະສືບຕໍ່ເຢັນ ແລະ

ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫຼາຍ ຢູ່ແຂວງພາກເໜືອ, ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

Leave a Reply

Your email address will not be published. Required fields are marked *

Back to top button