ຈັບໄດ້ແລ້ວ ມືສັງຫານ ລູກສາວຮັກ ຂອງປູຕີນ ລູກສາວຂອງຄົນໄກ້ສິດຂອງປູຕີນ

ຣັສເຊຍ​ ສັ່ງຈັດການຂັ້ນເດັດຂາດ ຕາມລ້າຕົວ​ ມືສັງຫານ ດາເລຍ ດູຈີນາ”Darir Dugina”ລູກສາວຄົນໄກ້ສິດ ຂອງທ່ານ​ວາຣາດີເມຍ​ ປູຕິນ​ ອາເລັກຊານເດີ້ ດູຈີນ

ຊຶ່ງເປັນຜູຍິງຊາວຢູເຄຼນ​ຊື່​ ນາຕາຢາ ໂຟກ​ ເຮັດວຽກຢູ່ໃນໜ່ວຍຂ່າວລັບຂອງລັດຖະບານຢູເຄຼນ​ແລະ​ ກອງພັນອາຊອບ ພາຍຫຼັງທີ່ລົງມືກໍ່ເຫດສຳເລັດກໍ່ໄດ້ເດີນທາງຫຼົບໜີເຂົ້າປະເທດເອັສໂຕເນຍ”Estonia ” ດ້ວຍລົດຂອງຜູ້ກ່ຽວເອງ

ຈາກນີ້ໄປ​ ສະຖານະການ​ສົງຄາມ​ ຣັສເຊຍ+ຢູເຄຼນ ໄດ້ປ່ຽນຮູບແບບ ການໂຈມຕີ ໂດຍບໍ່ຫຼິ້ນຕາມກົດກະຕິກາ​ ທຸກວິທີທາງທີ່ຈະເອົາຊະນະຝ່າຍກົງກັນຂ້າມ ກໍ່ຈັດຫາໃສ່ກັນເລີຍ

ຊົມຄລີບ

ຂ່າວກ່ອນຫນ້ານີ້:

ວັນທີ 21 ສິງຫາ 2022 ສຳນັກຂ່າວທາງການຂອງຣັດເຊຍ ໄດ້ລາຍງານວ່າ ນາງ ດາຢາ ດູກິນາ ລູກສາວຂອງ ທ່ານ ວະລາດີເມຍ ປູຕິນ  ປະທານາທິບໍດີຂອງຣັດເຊຍ ( ລູກສາວນີ້ເປັນລູກຮັກ ຂອງປູຕິນມາແຕ່ນ້ອຍ) ເຊີ່ງພໍ່ຂອງນາງແມ່ນຂອງ ອາເລັກຊານເດີ ດູກິນ ນັກປັດຊະຍາຜູ້ມີແນວຄິດຊາດນິຍົມ ແລະ ເປັນຄົນໃກ້ຊິດກັບ ທ່ານ ວະລາດີເມຍ ປູຕິນ ມາຕະຫລອດ

ນາງໄດ້ເສຍຊີວິດຈາກເຫດ ລົດລະເບີດ ໃນລະຫວ່າງການຂັບລົດກັບບ້ານ ທີ່ຫົນທາງຫຼວງນອກກຸງມອສໂກ ໃນຕອນແລງວັນເສົາ ທີ່ 20 ສິງຫາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ທາງການຣັດເຊຍໄດ້ລາຍງານວ່າ ຜູ້ກໍ່ເຫດອາດຈະຕັ້ງໃຈຂ້າ ອາເລັກຊານເດີ ດູກິນ ຜູ້ເປັນພໍ່ ຫຼາຍກ່ອນທີ່ຈະຂ້າລູກສາວ ໂດຍທາງຄອບຄົວໄດ້ເປີດເຜີຍວ່າ

ລູກສາວໄດ້ຂໍຢືມລົດຂອງພໍ່ກັບບ້ານ ລະຫວ່າງມາຮ່ວມງານທີ່ຜູ້ເປັນພໍ່ໄດ້ຮັບເຊີນມາບັນລະຍາຍ, ອາເລັກຊານເດີ ດູກິນ ເປັນຜູ້ທີ່ສະໜັບສະໜູນຢ່າງແຮງກ້າຕໍ່ການຮຸກຮານໃນຢູເຄຣນຂອງຣັດເຊຍ.

ນາງ ດາຢາ ດູກິນາ ມີອາຊີບເປັນສື່ຂ່າວ ແລະ ລາວເອງກໍ່ມີແນວຄິດທີ່ສະໜັບສະໜູນການຮຸກຮານຢູເຄຣນ ຂອງຣັດເຊຍຄືກັນກັບພໍ່ຂອງລາວ ເຊິ່ງໃນເດືອນກໍລະກົດທີ່ຜ່ານມາ ລັດຖະບານໄດ້ລະບຸຊື່ຂອງລາວ ເປັນໜຶ່ງໃນບຸກຄົນຣັດເຊຍທີ່ຖືກຂວ້ຳບາດ ຍ້ອນວ່າລາວເຜິຍແຜ່ຂໍ້ມູນອອນລາຍທີ່ບໍ່ມີມູນຄວາມຈິງຕໍ່ຢູເຄຣນ.

ສ່ວນ ອາເລັກຊານເດີ ດູກິນ ອາຍຸ 60​ປີ ເປັນຮັບສາຍາວ່າ ເປັນມັນສະໝອງໃຫ້ກັບປູຕິນ ແລະ ລາວກໍ່ແມ່ນນັກວິຊາການຜູ້ທີ່ມີແນວຄິດຊາດນິຍົມ.

ປັດຈຸບັນ ຍັງບໍ່ມີຝ່າຍໃດອອກມາເວົ້າວ່າເປັນຝີມືຂອງຕົນເອງ ແລະ ທີ່ປຶກສາປະທານາທິບໍດີຢູເຄຣນ ໄດ້ປະຕິເສດເຫດລະເບີດຄັ້ງນີ້ ຢູເຄຣນບໍ່ໄດ້ກ່ຽວຂ້ອງແຕ່ຢ່າງໃດ ຍ້ອນວ່າຢູເຄຣນບໍ່ແມ່ນອາຊະຍາກອນ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button