ພຣະອາຈານ ປຣະດີດາສັນທະກະໂຣ ໄດ້ຈັດຊື້ເຄື່ອງມືການແພດມອບໃຫ້ແກ່ໂຮງໝໍແຂວງ..

ເປັນຄວາມໂຊກດີ​ທີ່ສຸດຂອງໂຮງໝໍແຂວງຈຳປາສັກ,​ທີ່ໄດ້ຮັບຄວາມອະນຸເຄາະຈາກພຣະອາຈານປຣະດີດາສັນທະກະໂຣ(ຫລວງພໍ່ທູຍ)​ວັດປ່າດ່ານວິເວກ,

ອໍາເພີໂສພິໄຊ,​ຈັງຫັວດບືງການ,​ປະເທດໄທ,​ໄດ້ຈັດຊື້ເຄື່ອງມືອຸປະກອນການແພດມອບໃຫ້ແກ່ໂຮງໝໍແຂວງຂອງພວກເຮົາເຊັ່ນ:

ເຄື່ອງຈັກຟອກເລືອດ(ໄຂ່ຫັລງທຽມ)​06ເຄື່ອງ,ໂຕະຜ່າຕັດ02ໜ່ວຍ,ເຄື່ອງມືຜ່າຕັດກະດູກ01ຊຸດ,ຕຽງນອນຄົນເຈັບ50ໜ່ວຍແລະອຸປະກອນອື່ນໆອີກ….

ມູນຄ່າທັງໝົດ12ລ້ານກວ່າບາດ,ເຊີ່ງພິທີມອບ-ຮັບໄດ້ຈັດຂື້ນທີ່ດ່ານສາກົນຊ່ອງເມັກຊາຍແດນລາວໄທໃນຕອນເຊົ້າຂອງວັນທີ9/8/2022.

ໂດຍມີພຣະສົງແລະຄລະວາດທັງສອງຝ່າຍເຂົ້າຮ່ວມ.

ນອກນັ້ນ, ພຣະອາຈານປຣະດີດາສັນທະກະໂຣ(ຫລວງພໍ່ທູຍ)​ວັດປ່າດ່ານວິເວກ, ກໍ່ໄດ້ຊ່ວຍ ເຄື່ອງຊ່ວຍຫາຍໃຈ ເດັກ ໃຫ້ແກ່ໂຮງຫມໍ 150 ຕຽງ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button