ລ້ຽວຕັດໜ້າລົດພ່ວງ ຖືກ ຢ ຽ ບ ເ ສ ຍ ຊີວິດຄາທີ່ 2 ຄົນ

ໃນເວລາ 14:30 ໂມງ ວັນທີ 6 ສິງຫາ 2022, ໄດ້ເກີດອຸບັດຕິເຫດລົດຈັກລ້ຽວຕັດໜ້າລົດພ່ວງ ຖືກຕໍາກ່ອນຢຽບຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍເສຍຊີວິດຄາທີ່ ຢູ່ຖະໜົນໄກສອນພົມວິຫານ ບໍລິເວນໄຟແດງດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລາຍງານວ່າ:

ລົດພ່ວງໝາຍເລກທະບຽນຫົວ ບກ 1408 ບໍລິຄໍາໄຊ ແລະ ໝາຍເລກທະບຽນຫາງ ບກ 1353 ບໍລິຄໍາໄຊ, ຂັບຂີ່ໂດຍ ທ້າວ ຕະເວ ອາຍຸ 32 ປີ ສັນຊາດລາວ, ອາຊີບຂັບລັດ, ປັດຈຸບັນຢູ່ບ້ານສວນສະຫວັນ ເມືອງປາກຊັນ ແຂວງບໍລິຄໍາໄຊ.

ເຊິ່ງຜູ້ກ່ຽວໄດ້ຂັບຂີ່ລົດມາແຕ່ທາງ 4 ແຍກໄຟແດງດົງໂດກ ມີຈຸດປະສົງຈະມຸ່ງໜ້າໄປທາງວົງວຽນໄຊສະຫວ່າງ ພໍຂັບຂີ່ມາຮອດ 4 ແຍກໄຟແດງ ຈຶ່ງໄດ້ເກີດອຸປະຕິເຫດຮ່ວມກັບລົດຈັກເວບ 100 ໝາຍເລກ ຈດ 1953 ວຽງຈັນ.

ໂດຍລົດຈັກຄັນດັ່ງກ່າວ ຂັບຂີ່ໂດຍ ທ້າວ ດວງພະຈັນ ອາຍຸ 20 ປີ ແລະ ມີຜູ້ຊ້ອນທ້າຍມານໍາ ຊື່ ທ້າວ ບຸນສີລໍ່ ອາຍຸ 21 ປີ ທັງສອງເປັນນັກສຶກສາ, ພັກເຮົາຢູ່ຫໍພັກດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຂັບຂີ່ມາໃນທິດທາງດຽວກັນ ທີ່ກໍາລັງຈະລ້ຽວຂ້າມໄປທາງກໍ້າຊ້າຍມືແບບກະທັນຫັນ, ແຕ່ລົດຈັກລ້ຽວບໍ່ວິດຈຶ່ງຖືກລົດພ່ວງຕໍາເອົາ ເຮັດໃຫ້ລົດຈັກລົ້ມລົງ ກ່ອນທັງສອງຄົນຈະຖືກລໍ້ລົດພ່ວງກໍ້າຂວາມື ຢຽບເຂົ້າບໍລິເວນຫົວເສຍຊີວິດຄາທີ່.

ພາຍຫຼັງເກີດອຸບັດຕິເຫດ, ເຈົ້າໜ້າທີ່ ໄດ້ລົງວັດແທກສະຖານທີ່ເກີດເຫດ ແລະ ເກັບກໍາຂໍ້ມູນຫຼັກຖານ ເພື່ອປະກອບສໍານວນຄະດີ ພ້ອມທັງກັກຕົວ ທ້າວ ຕະເວ ຜູ້ຂັບຂີ່ລົດພ່ວງ ເພື່ອທຳການສອບສວນ ແລະ

ກັກຕົວໄວ້ຢູ່ຄຸມຂັງຊົ່ວຄາວ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ລໍຖ້າການສະຫຼຸບຄະດີຂອງເຈົ້າໜ້າທີ່.

ຄລີບ ຕອນເກີດເຫດ

ທີ່ມາ: ປກສ

Leave a Reply

Your email address will not be published. Required fields are marked *

Back to top button