ແຈ້ງການ ຈາກພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ

ແຈ້ງການ ຈາກພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ
ເລື່ອງ: ການຈໍາໜ່າຍຊີ້ນໝູລາຄາລັດຊີ້ນໍາ ຢູ່ນະຄອນຫຼວງວຽງຈັນ

ເພື່ອປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ດັດສົມສິນຄ້າໃນ ຕະຫຼາດ ໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ,

ມີຄວາມຫມັ້ນຄົງທາງດ້ານການສະໜອງສິນຄ້າພຽງພໍກັບຄວາມຕ້ອງການ, ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ, ຫຼີກລ່ຽງການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການເກງກໍາໄລ ທີ່ບໍ່ສົມເຫດສົມຜົນເປັນການເອົາລັດເອົາປຽບຜູ້ບໍລິໂພກ.

ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການດັ່ງນີ້:

1. ມອບໃຫ້ບໍລິສັດ ລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ, ຮ່ວມມືກັບຜູ້ປະກອບການຕະຫຼາດກະສິກໍາ, ຟາມລ້ຽງຫມູ, ໂຮງງານ ແລະ ສະຫະກອນ ນໍາເອົາສິນຄ້າປະເພດ ຊີ້ນໝູ ອອກຈໍາໜ່າຍ ຢູ່ໃນນະຄອນຫຼວງວຽງຈັນ 02 ຈຸດ (ເລີ່ມແຕ່ວັນທີ 5 ສິງຫາ – 5 ພະຈິກ 2012) ຄືດັ່ງນີ້:

ຈຸດຈໍາໝ່າຍທີ 1: ຢູ່ຕະຫຼາດກະສິກໍາ, ບ້ານຫນອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຕັ້ງຢູ່ດ້ານຫຼັງພະ ແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນ-ວັນສຸກ) ເບີໂທຕິດຕໍ່: 020 2222 3339; 020 5564 6928.

ຈຸດຈໍາໝ່າຍທີ 2: : ຢູ່ຮ້ານວາງຂາຍສິນຄ້າ ຂອງລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານສີ ຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນ-ວັນສຸກ) ເບີໂທຕິດຕໍ່: 020 2222 3339; 020 5564 6928,

ລາຄາຊີ້ນໝູ:

– ຊີ້ນໝູປະເພດ 1. ລາຄາສູງສູດ 55.000 ກີບ/ກິໂລ
– ຊີ້ນໝູປະເພດ 2. ລາຄາສູງສຸດ 50.000 ກີບ/ກິໂລ

2. ມອບໃຫ້ຂະແໜງການຄ້າພາຍໃນຕິດຕາມ, ຊຸກຍູ້ວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແລະ ລາຍງານສະພາບການຈັດ ຕັ້ງປະຕິບັດໃຫ້ຂັ້ນເທິງຊາບທ່ວງທັນເວລາ.

,,

Leave a Reply

Your email address will not be published. Required fields are marked *

Back to top button