ແຈ້ງໃຫ້ຊາບ!.. ຈະມີການກວດນໍ້າປັດສະວະ ນັກຂັບຂີ່ເຂົ້າ-ອອກ ຜ່ານ ແຂວງນີ້…

ວັນທີ 28 ມິຖຸນາ 2022 ຜ່ານມານີ້ ປກສ ແຂວງບໍລິຄຳໄຊອອກແຈ້ງການເຖິງບັນດາຫົວໜ່ວຍທຸລະກິດທາງພາກລັດ-ເອກະຊົນ ພົນລະເມືອງລາວ ຊາວຕ່າງດ້າວ ແລະ ຕ່າງປະເທດ ທີ່ນັບຖື ກ່ຽວກັບການຕັ້ງຈຸດກວດກາ​

ເຄື່ອນທີ່ເພື່ອກວດນ້ໍາປັດສະວະນັກຂັບຂີ່ ພາຫະນະທີ່ໃຊ້ສານເສບຕິດ-ເຂົ້າ-ອອກ ຜ່ານແຂວງ ບໍລິຄໍາໄຊ ໂດຍ ເລີ່ມປະຕິບັດແຕ່ເດືອນສິງຫາ 2022 ເປັນຕົ້ນໄປ.​

ເພື່ອເປັນການຈັດຕັ້ງປະຕິບັດການຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂບັນຫາຢາເສບຕິດຕາມທິດທາງແຜນການຂອງຂັ້ນເທິງໄດ້ກໍານົດໄວ້ໄລຍະປີ2021-2023​

ໃຫ້ໄດ້ບັນລຸຕາມເປົ້າໝາຍ ແລະ ໄດ້ຮັບຜົນສໍາເລັດຕາມ ແຜນທີ່ໄດ້ກໍາໄວ້.ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຂໍຖືເປັນກຽດ ແຈ້ງມາຍັງ

ບັນດາຫົວຫນ່ວຍທຸລະກິດທາງພາກລັດເອກະຊົນ ພົນລະເມືອງລາວ ຊາວຕ່າງດ້າວ ແລະ ຕ່າງປະເທດຜູ້ທີ່ຂັບຂີ່ພາຫະນະ ເຂົ້າ-ອອກ ຜ່ານແຂວງບໍລິຄໍາໄຊໃຫ້ຊາບ:

ປັດຈຸບັນ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຈະໄດ້ຈັດຕັ້ງປະຕິບັດ, ຕັ້ງຈຸດກວດກາ ເຄື່ອນທີ່ຕາມເສັ້ນທາງຕ່າງໆ ພາຍໃນແຂວງ,

ເພື່ອກວດນ້ໍາປັດສະວະຂອງນັກຂັບຂີ່ ພາຫະນະທີ່ມີການພົວພັນນໍາໃຊ້ສານເສບຕິດ ເຂົ້າ-ອອກຜ່ານແຂວງບໍລິຄໍາໄຊ,

ເລີ່ມຈັດຕັ້ງປະຕິບັດໃນໄລຍະເດືອນສິງຫາ 2022-2023 ເຖິງຢູ່ໃນແຜນຂັ້ນຕອນ ໄລຍະທີ II ຂອງການຜັນຂະຫຍາຍວາລະແຫ່ງຊາດ,

ໃນການແກ້ໄຂບັນຫາຢາເສບຕິດຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊໄດ້ກໍານົດໃນແຜນຈັດຕັ້ງປະຕິບັດ.

ດັ່ງນັ້ນ ຈຶ່ງແຈ້ງມາເຖິງບັນດາທ່ານເພື່ອຊາບ ແລະ ໃຫ້ຮ່ວມມືໃນການຈັດຕັ້ງປະຕິບັດຕາມແຜນຄັ້ງນີ້ດ້ວຍ

ແຈ້ງການ

Leave a Reply

Your email address will not be published. Required fields are marked *

Back to top button