ອາກາ ສົ່ງເຮືອຮົບ 4 ລຳ ເຂົ້າປະຈຳການໃນນ່ານນ້ຳຝັ່ງທະເລຕາເວັນອອກຂອງໄຕ້ຫວັນ

ກອງທັບເຮືອສະຫະລັດອາເມຣິກາ ສົ່ງເຮືອຮົບ 4 ລຳ ເຂົ້າປະຈຳການໃນນ່ານນ້ຳຝັ່ງທະເລຕາເວັນອອກຂອງໄຕ້ຫວັນ.

ວັນທີ 2 ສິງຫາ 2022 ສຳນັກງານ ຣອຍເຕີ ລາຍງານວ່າ ແນນຊີ ເພໂລຊີ ປະທານສະພາສະຫະລັດອາເມຣິກາ ໄດ້ເດີນທາງໄປໄຕ້ຫວັນ ໃນຂະນະທີ່ຈີນເຕືອນຫ້າມ,

ມີເຮືອຮົບ 4 ລຳ ລວມເຖິງເຮືອບັນທຸກເຮືອບິນໄດ້ເຂົ້າປະຈຳການໃນທະເລຝັ່ງຕາເວັນອອກຂອງໄຕ້ຫວັນ ເຊິ່ງເປັນກຳລັງພົນຕາມປົກກະຕິ.

ເຈົ້າໜ້າທີ່ກອງທັບເຮືອອາເມຣິກາ ຢືນຢັນໃນວັນອັງຄານທີ່ຜ່ານມານີ້ວ່າ ເຮືອບັນທຸກເຮືອບິນຢູເອສເອສ ໂຣນັລ ແຣແກນ ໄດ້ຂັບຜ່ານທະເລຈີນໃຕ້ ແລະ ຂະນະນີ້ຢູ່ໃນທະເລຟີລິບປິນ ທາງຕາເວັນອອກຂອງໄຕ້ຫວັນ ແລະ ຟິລິປິນ ແລະ ທາງໃຕ້ຂອງຍີ່ປຸ່ນ.

ນອກນັ້ນທາງອາເມຣິກາ ຍັງໄດ້ຢືນຢັນເຖິງການສົ່ງເຮືອຮົບໃນຄັ້ງນີ້ວ່າເປັນການສົ່ງກຳລັງພົນຕາມປົກກະຕິ ແລະ ບໍ່ແມ່ນການຍົ່ວຍຸແຕ່ຢ່າງໃດ.

ຊົມຄລີບ 1

ຊົມຄລີບ 2

Leave a Reply

Your email address will not be published. Required fields are marked *

Back to top button