ແຕ່ງຕັ້ງ ທ່ານນາງ ສາຍສະໝອນ ຈັນທະຈັກ ຂຶ້ນເປັນຜູ້ອໍານວຍການ ທະນາຄານການຄ້າ ຄົນໃຫມ່

ໃນວັນທີ 02/08/2022 ໄດ້ມີພິທີມອບຮັບ ໜ້າທີ ຜູ້ອໍານວຍການ ທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃຫມ່

ໂດຍ ທ່ານນາງ ສາຍສະໝອນ ຈັນທະຈັກ, ອາດີດ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ໄດ້ຮັບການແຕ່ງຕັ້ງ ຂຶ້ນເປັນຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຄົນໃຫມ່ !!! ຊົມເຊີຍ

ເຊີ່ງ ໃນວັນທີ 10 ກັນຍາ 2001, ທ່ານ ນາງ ສາຍສະຫມອນ ຈັນທະຈັກ ໄດ້ຮັບການແຕ່ງຕັ້ງເປັນຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ຜູ້ໃຫມ່ແທນ ທ່ານ ອ໋ອດ ພົນຊຽງດີ ອະດີດຜູ້ອໍານວຍການໃຫຍ່ ຕລຊລ.

ທ່ານ ນາງ ສາຍສະຫມອນ ຈັນທະຈັກ ໄດ້ເລີ່ມເຮັດວຽກເປັນວິຊາການ ຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ຫຼັງຈາກຈົບການສຶກສາຈາກມະຫາວິທະຍາໄລ ຄູບານ ທີ່ສະຫະພັນ ຣັດເຊຍ (ອະດີດ ໂຊວຽດ) ໃນປີ 1993 ແລະ ໃນ ປີ 2000, ໄດ້ຖືກແຕ່ງຕັ້ງຂຶ້ນເປັນຫົວຫນ້າພະແນກຢູ່ສໍານັກງານປົກປ້ອງເງິນຝາກ, ທຫລ;

ໃນລະຫວ່າງ ປີ 20032005 ເປັນຜູ້ຊ່ວຍຊ່ຽວຊານທີ່ປຶກສາດ້ານການທະນາຄານສາກົນໃນການປັບປຸງໂຄງສ້າງຂອງທະນາຄານພັດທະນາ ລາວ.

ຫຼັງຈາກນັ້ນ, ໄດ້ຍົກຍ້າຍມາປະຈໍາການຢູ່ກົມນະໂຍບາຍເງິນຕາ, ທຫລ ໃນປີ 2007 ແລະ ຖືກແຕ່ງຕັ້ງເປັນຮອງ ຫົວຫນ້າກົມນະໂຍບາຍເງິນຕາ ໃນປີ 2009 ຮັບຜິດຊອບກ່ຽວກັບການວິເຄາະເງິນຕາ ແລະ

ການຈັດຕັ້ງປະຕິບັດ ນະໂຍບາຍອັດຕາແລກປ່ຽນ, ຄວບຄຸມການສະຫນອງເງິນໃນລະບົບເສດຖະກິດ ຜ່ານການກໍານົດເງິນແຮຝາກບັງຄັບ ແລະ ຕິດຕາມການພັດທະນາຂອງຕະຫຼາດເງິນທັງ ພາຍໃນ ແລະ ຕ່າງປະເທດ.

ນັບແຕ່ປີ 2010, ທ່ານໄດ້ເລີ່ມເຮັດວຽກໃນຕະຫຼາດທຶນ ດ້ວຍການດໍາລົງຕໍາແຫນ່ງເປັນຮອງຫົວຫນ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ແລະ ຮັບຜິດຊອບຊີ້ນໍາ-ນໍາພາພະແນກຄຸ້ມຄອງການອອກຈໍາຫນ່າຍຫຼັກຊັບ,

ພະແນກຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ ແລະ ພະແນກຄຸ້ມຄອງຕະຫຼາດຫຼັກຊັບ; ໃນປີ 2014, ທ່ານໄດ້ຖືກ ແຕ່ງຕັ້ງ ເປັນຮັກສາການຫົວຫນ້າສໍານັກງານ ຄຄຊ ແລະ ໄດ້ຖືກແຕ່ງຕັ້ງເປັນຫົວຫນ້າສໍານັກງານ ຄຄຊ ນັບແຕ່ປີ 2015 ເປັນຕົ້ນມາ.

ທ່ານນາງ ສາຍສະຫມອນ ຈັນທະຈັກ ໄດ້ສໍາເລັດການສຶກສາລະດັບປະລິນຍາໂທ ສາຂາເສດຖະສາດ ຈາກມະຫາ ວິທະຍາ ໄລ ຄູບານ ປະເທດ ຣັດເຊຍ (ອະດີດ ໂຊວຽດ) ໃນປີ 1993; ປະລິນຍາໂທ ສາຂາ ນະໂຍບາຍສາທາລະນະ ຈາກມະຫາວິທະຍາໄລ ໄຊຕາມະ ປະເທດ ຍີ່ປຸ່ນ ໃນປີ 1998 ແລະ

ລະດັບປະລິນຍາໂທ ສາຂາ ການບໍລິຫານທຸລະກິດ ສາກົນ ຈາກມະຫາວິທະຍາໄລ ຟຣິນເດີ ປະເທດ ອົດສະຕາລີ ໃນປີ 2006. ນອກຈາກນັ້ນ, ທ່ານຍັງເປັນສະມາຊິກຜູ້ ກວດສອບບັນຊີຂອງປະເທດ ອົດສະຕາລີ ຕັ້ງແຕ່ປີ 2015 ເປັນຕົ້ນມາ.

Leave a Reply

Your email address will not be published. Required fields are marked *

Back to top button