ຊາຍໝຸ່ມເມົານອນຂາພາດລາງລົດໄຟ ຖືກຢຽບຂາດ ສາຫັດໜັກ

ຊາຍໝຸ່ມເມົານອນຂາພາດທາງລົດໄຟ ຖືກລົດໄຟຢຽບຂາຂາດ 2 ຂ້າງ ບາດເຈັບສາຫັດ ເມື່ອເວລາ 16:30 ໃນວັນທີ 30 ກໍລະກົດ 2022 ທີ່ຜ່ານມາ.

ທ່ານ ພັທ ຈີຣະສັກ ແອບແຝງ ໄດ້ຮັບແຈ້ງວ່າມີລົດໄຟຢຽບຄົນຂາຂາດ 2 ຂ້າງບາດເຈັບສາຫັດ ເກີດເຫດຫຼັງຕະຫຼາດນ້ຳ 4 ພາກ, ໝູ່ 12, ບ້ານ ໜອງປື ເມືອງ ບາງລະມຸງ, ແຂວງຊົນບູລີ ( ໄທ ),

ຫຼັງໄດ້ຮັບແຈ້ງຈຶ່ງພ້ອມດ້ວຍທີມແພດໂຮງໝໍເມືອງພັດທະຍາ ແລະ ໜ່ວຍກູ້ໄພມູນນິທິສະຫວ່າງສົມບູນ.

ເມື່ອໄປຮອດຈຸດເກີດເຫດ ເປັນປ່າຫຍ້າຄາແຄມທາງລົດໄຟ ກໍພົບເຫັນຜູ້ບາດເຈັບເປັນເພດຊາຍ ບໍ່ຮູ້ສັນຊາດ ອາຍຸປະມານ 40 ປີ ຢູ່ໃນສະພາບຊ່ວງຂາທ່ອນລຸ່ມຈາກຫົວເຂົ່າລົງໄປຫາຕີນ,

ຈີກຂາດທັງ 2, ໃບຫນ້າປ່ຽນເປັນສີຈືດໆຈາກການສູນເສຍເລືອດຫຼາຍ, ຮ້ອງໄຫ້ດ້ວຍຄວາມເຈັບ ແລະ ເວົ້າບໍ່ເຂົ້າໃຈຄ້າຍຄືກັບຄົນເມົາເຫຼົ້າ.

ທີມແພດແລະກູ້ໄພຕ້ອງຊ່ວຍກັນເລືອດ. ຫຼັງຈາກນັ້ນກໍຟ້າວສົ່ງ ໂຮງໝໍເມືອງ ໃນຂະນະທີ່ຢູ່ເທິງລາງທາງລົດໄຟ ພົບຂາທັງສອງຂ້າງຖືກພົບເຫັນກະແຈກກະຈາຍຢູ່ທົ່ວບໍລິເວນ.

ໃນຂະນະທີ່ເຈົ້າໜ້າທີ່ທາງການລົດໄຟແຫ່ງປະເທດໄທ ໄດ້ເດີນທາງໄປກວດກາຈຸດເກີດເຫດ ເປີດເຜີຍວ່າ: ຈາກການລາຍງານຂອງຄົນຂັບລົດໄຟໂດຍສານຄັນຂະບວນນີ້ໃຫ້ຮູ້ວ່າ:

ກ່ອນເກີດອຸບັດຕິເຫດ, ຜູ້ຂັບຂີ່ໄດ້ສັງເກດເຫັນວັດຖຸບາງຢ່າງຢູ່ທາງໄກ, ທຳອິດຄິດວ່າເປັນໄມ້ທ່ອນ, ແຕ່ເມື່ອເຂົ້າໄປໃກ້ແລ້ວປາກົດວ່າເປັນຄົນ ໂດຍລັກສະນະ​ນອນເອົາຂາທັງ 2 ດ້ານ​ພາດເທິງລາງ​ລົດໄຟ​ ແລ້ວຫົວຫັນໄປດ້ານຫົນທາງ

ເຮັດໃຫ້ລົດໄຟຢຸດເບຣກບໍ່ທັນ ຈຶ່ງຢຽບເຂົ້າຢ່າງຈັງ ຈົນເຮັດໃຫ້ຮ່າງກາຍຟົ້ງອອກຈາກລາງລົດໄຟ ຄົນຂັບລົດຈຶ່ງຕັດສິນໃຈຢຸດຂະບວນແລ້ວລົງມາເບິ່ງປາກົດວ່າຍັງບໍ່ເສຍຊີວິດ ຈຶ່ງໂທແຈ້ງກູ້ໄພເຂົ້າໃຫ້ການຊ່ວຍເຫຼືອທັນທີ.

ຊົມຄລີບ

ທີ່ມາ ລາວໂພສ ອ້າງອີງແຫລ່ງຂໍ້ມູນທີ່ແທ້ຈິງ https://ch3plus.com/news/exclusive/morning/303483

Leave a Reply

Your email address will not be published. Required fields are marked *

Back to top button