ລົດວິໂກ້ປີ້ນຕົກນໍ້າ ເຮັດໃຫ້ມີຜູ້ ເສຍຊີວິດ

ວິໂກ້ປີ້ນຕົກນໍ້າລີກ ເສຍຊີວິດ 1 ຊອກບໍ່ເຫັນ 1 ຄົນ.

ໃນຕອນແລງຂອງວັນທີ 31 ກໍລະກົດ 2022 ລົດວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ ຢູ່ເຂດຄ້ອຍພູອິນຖິນ ( ພູກົກບົກ )ເມືອງຫີນເຫີບ ແຂວງວຽງຈັນ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຄົນ 1 ຍັງຊອກຫາບໍ່ພົບ ຄາດວ່າຈະຈົມລົງໄປກັບລົດ.

( ຄອບຄົວ ປະສົບອຸປະຕິເຫດ )

ຂໍ້ມູນເບື້ອງຕົ້ນ: ລົດຄັນດັ່ງກ່າວ ເດີນທາງມາຈາກເມືອງເຟືອງ ພ້ອມຄອບຄົວ, ເຊິ່ງມີທັງຫມົດ 8 ຄົນ ຈະມຸ່ງຫນ້າມານະຄອນຫລວງວຽງຈັນ ມາຮອດຈຸດເກີດເຫດເປັນທາງໂຄ້ງ ແລະ ມີຝົນຕົກ ລົດກະບະວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ,

ຜູ້ເຫັນເຫດການ ໄດ້ລົງໄປມຸດຊ່ວຍເມຍ ແລະ ລູກ 1 ຄົນນຳສົ່ງໂຮງຫມໍ ( ທັງສອງປອດໄພ ).ສ່ວນຜູ້ເປັນຜົວຕິດຢູ່ໃນລົດຮັດເຂັມຄັດ ເຮັດໃຫ້ເສຍຊີວິດ, ສ່ວນລູກສາວອີກ 1 ຄົນ, ຍັງຊອກຫາບໍ່ເຫັນ.

ຢ່າງໃດກໍດີ, ຕໍ່ກັບເຫດການນີ້ ຂໍສະແດງຄວາມເສຍໃຈນຳຄອບຄົວ ແລະ ຍາດຜູ້ເສຍຊີວິດ.

ຄລີບ 1

ຊົມຄລີບ 2

Leave a Reply

Your email address will not be published. Required fields are marked *

Back to top button