ເຮັດແທ້ເດີ ມ້າງລົດດັດແປງອອກ

ຫ້ອງຕຳຫລວດ ປກສ ແຂວງ ອັດຕະປື ໄດ້ແກ້ໄຂ ແລະ ທຳລາຍ ທໍ່ລົດ ແລະ ຢາງຕີນລົດຈັກ ທີ່ດັດແປງສະພາບເຕັກນິກຈາກສະພາບເດີມ.

ຫ້ອງຕຳຫລວດ ກອງບັນຊາການ ປ້ອງກັນຄວາມສະຫງົບ ( ປກສ ) ແຂວງ ອັດຕະປື, ເວົ້າລວມ, ເວົ້າສະເພາະ ພະແນກ ຈາລະຈອນ ປກສ ແຂວງອັດຕະປື ໄດ້ແກ້ໄຂ ແລະ ທໍາລາຍທໍ່ລົດ ແລະ ຢາງຕີນລົດຈັກ ທີ່ມີການດັດແປງສະພາບເຕັກນິກ,

ເຊີ່ງທາງເຈົ້າໜ້າທີ່ ຕຳຫລວດຈາລະຈອນ ປກສ ແຂວງ ທີ່ກວດກາ ແລະ ກັກເຂົ້າມາໄວ້ຫ້ອງການ ຈຳນວນ 20 ຄັນ, ພ້ອມໄດ້ເຮັດບົດບັນທຶກ ສຶກສາອົບຮົມກ່າວເຕືອນ ຕໍ່ຜູ້ຂັບຂີ່ ແລະ ໄດ້ແນະນໍາໃຫ້ພໍ່-ແມ່, ຜູ້ປົກຄອງ ເອົາໃຈໃສ່ຕື່ມ ໃນການສຶກສາອົບຮົມ ໃຫ້ແກ່ລູກຫລານຂອງຕົນ ທີ່ມີການນຳໃຊ້ ພາຫະນະທີ່ບໍ່ຖືກຕ້ອງ ຕາມສະພາບເຕັກນິກເດີມຂອງລົດ.

ພິທີການທໍາລາຍ ດັ່ງກ່າວ ໄດ້ມີຂື້ນໃນຕອນເຊົ້າຂອງວັນທີ 31 ມີນາ 2022 ນີ້ ທີ່ຫ້ອງການຕໍາຫລວດ ປກສ ແຂວງ ໂດຍການເຂົ້າຮ່ວມເປັນສັກຂີ ຂອງ ທ່ານ ພັ.ທ ທອງຄູນ ສຸວັນນະເພັດ ຫົວໜ້າພະແນກຈາລະຈອນ ປກສ ແຂວງ, ມີ ທາ່ນ ຮ.ອ ພຸດທະວົງ ທຸມພະລາ ຮອງກອງໂຄສະນາ ພະແນກພະແນກ ຕໍາຫລວດຈາລະຈອນ ປກສ ແຂວງ, ພ້ອມດ້ວຍເຈົ້າໜ້າທີ່ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັ.ທ ( ພັນໂທ ) ທອງຄູນ ສຸນນະເພັດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີ 2021-2022 ນີ້ ເພື່ອເຮັດໃຫ້ ການສັນຈອນ ຕາມເສັນທາງຫລວງ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ, ຫລຸດຜ່ອນຄວາມສ່ຽງຕໍ່ການເກີດ

ອຸບັດຕິເຫດ, ເຊິ່ງເປັນເຫດ ເຮັດໃຫ້ເກີດມີການສູນເສຍຊັບສິນ, ການບາດເຈັບ ແລະ ການເສຍຊີວິດ. ພະແນກ ຈາລະຈອນ ປກສ ແຂວງ, ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ ຕາມພາລະບົດບາດ, ຂອບເຂດສິດ ທີ່ການຈັດຕັ້ງພັກ-ລັດໄດ້ມອບໝາຍໃຫ້ ຢ່າງຕັ້ງໜ້າ ໂດຍສະເພາະ ວຽກງານຈາລະຈອນທາງບົກ, ໃຫ້ລະບຽບຮຽບຮ້ອຍໃນການຂັບຂີ່ລົດ ຕາມເສັ້ນທາງຖະໜົນຫລວງ, ເພື່ອຫລີກລຽງ ແລະ ຫລຸດຜ່ອນຄວາມສ່ຽງ ຕໍ່ການເກີດອຸບັດຕິເຫດ,

ເຊີ່ງຈະເຮັດໃຫ້ເກີດມີກການສູນເສຍຊັບສິນ ແລະ ຊີວິດ ຂອງລູກຫລານເຍົາວະຊົນ, ຊາວໝຸ່ມ ໄວໜຸ່ມ, ພໍ່-ແມ່ປະຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ຢູ່ພາຍໃນແຂວງອັດຕະປື, ໃນນັ້ນ ວຽກງານການກວດກາ ແລະ ແກ້ໄຂລົດຈັກ ທີ່ມີການດັດແປງສະພາບເຕັກນິກ ກໍ່ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ພະແນກ ຈາລະຈອນ ປກສ ແຂວງອັດຕະປື ໄດ້ເອົາໃຈໃສ່, ທີ່ເກີດຂື້ນໃນສັງຄົມຕົວເມືອງ

ໂດຍສະເພາະ ໃນກຸ່ມ ເດັກເຍົາວະຊົນ, ຊາວໝຸ່ມ, ໄວໜຸ່ມ ທີ່ຍັງມີຄວາມຄຶກຄະນອງ, ໄດ້ມີການດັດແປງສະພາບເຕັກນິກ ເຊັ່ນ ໃສ່ຕີນລົດນ້ອຍ, ໃສ່ທໍ່ລົດສຽງດັງ, ຂີ່ແຂ່ງກັນ ເປັນກຸ່ມກ້ອນ ຕາມເສັ້ນທາງຫລວງ, ທັງກາງເວັນ ແລະ ກາງຄືນ ກໍ່ໃຫ້ເກີດສຽງດັງນັນ ລົບກວນປະຊາຊົນ, ເຮັດໃຫ້ການສັນຈອນບໍ່ມີຄວາມເປັນລະບຽບ ແລະ ສ່ຽງຕໍ່ການເກີດອຸປະຕິເຫດ.

ຕໍ່ກັບບັນຫານີ້ ພະແນກຈາລະຈອນ ແຂວງ ໄດ້ມີການຈັດຕັ້ງເຄື່ອນໄຫວ ລົງໂຄສະນາ ເຜີຍແຜ່ ກົດລະບຽບ ຈາລະຈອນທາງບົກ ໃຫ້ກັບ ເຍົາວະຊົນ, ຊາວໝຸ່ມ ໄວໜຸ່ມ ຢູ່ບັນດາໂຮງຮຽນ ມັດທະຍົມສຶກສາສົມບູນ ແຫ່ງຕ່າງໆ ພາຍໃນແຂວງ ຢ່າງທົ່ວເຖິງ ແລະ ໂຮງຮຽນເຕັກນິກວິຊາຊີບ ແບບປະສົມ ອີກ 1 ແຫ່ງ ໂດຍການປະສານສົມທົບກັບພະແນກສຶກສາທິການ ແລະ ກິລາ ແຂວງ,

ລວມທັງສົມທົບອຳນາດການປົກຄອງທ້ອງຖິ່ນ ແຕ່ລະລະບ້ານ, ເພື່ອເຮັດໃຫ້ເຍົາວະຊົນ, ຊາວໝຸ່ມ ໄວໜຸ່ມ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈ ຄວາມໝາຍ, ຄວາມສໍາຄັນ ຂອງ ການປະຕິບັດລະບຽບ ກົດໝາຍ ການໃຊ້ລົດ, ໃຊ້ຖະໜົນ ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງຕົນເອງ, ຄອບຄົວ ແລະ ສັງຄົມ, ພ້ອມນັ້ນ ກໍ່ໄດ້ມີການແຕ່ງຕັ້ງໜ່ວຍງານວິຊາການ ລົງເຄື່ອນໄຫວຕິດຕາມ ກວດກາ ຢູ່ຕາມປ້ອມ ແລະ ບາງຈຸດຕາມເສັ້ນທາງຫລວງ ຢ່າງຕໍ່ເນື່ອງ.

ຜ່ານການລົງເຄື່ອນໄຫວຕິດຕາມ ກວດາກ ສາມາດຕິກັກ ລົດຈັກ ທີ່ໄດ້ມີການດັດແປງສະເຕັກນິກ ໄດ້ທັງໝົດຈຳນວນ 20 ຄັນ ສ່ວນໃຫຍ່ຫລາຍຜູ້ຂັບຂີ່ ແມ່ນຕົກຢູ່ໃນກຸ່ມເຍົາວະຊົນ-ໄວໜຸ່ມ,

ພ້ອມນັ້ນໄດ້ເຮັດບົດບັນທຶກ ສຶກສາອົບຮົມກ່າວເຕືອນ ຕໍ່ຜູ້ຂັບຂີ່ ແລະ ມອບລົດຄືນໃຫ້ເຈົ້າຂອງເດີມ ແລ້ວ ຈຳນວນ 16 ຄັນ, ແຕ່ລະຄັນ ແມ່ນໄດ້ມີການດັດແປງສະພາບເຕັກເນັກຂອງລົດໃຫ້ກັບມາ ເປັນສະພາບເດີມຄືເກົ່າ, ພ້ອມນີ້ ໄດ້ແນະນໍາໃຫ້ພໍ່-ແມ່, ຜູ້ປົກຄອງ ເອົາໃຈໃສ່ເປັນເຈົ້າການຕື່ມ

ໃນການສຶກສາອົບຮົມ ໃຫ້ແກ່ລູກຫລານຂອງຕົນ ໃຫ້ມີເຂົ້າໃຈ ນຳໃຊ້ລົດ,ໃຊ້ຖະໜົນ ໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍ, ເພື່ອຄວາມເປັນລບຽບຮຽບຮ້ອຍຂອງສັງຄົມ, ເພື່ອຄວາມປອກໄພຕໍ່ ຊິວີດ ແລະ ຊັບສິນ ຂອງຕົນເອງ, ຄອບຄົວ ແລະ ສັງຄົມ.

ໂດຍ: ພົມວິຫານ ໄຊຊະນະ.

Leave a Reply

Your email address will not be published. Required fields are marked *

Back to top button