ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບປະລິນຍາ ດຸສະດີບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບປະລິນຍາ ດຸສະດີບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ

ພິທີມອບປະລິນຍາ ສະດຸດິບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ ໂດຍມະຫາວິທະຍາໄລມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງຣາຊະອານາຈັກໄທ ແຕ່ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ 2022 ທີ່ຫໍສະພາແຫ່ງຊາດ, ມີພາກສ່ວນທີ່ກ່ຽວຂ້ອງທັງຈາກ ຣາຊະອານາຈັກໄທ ແລະ ສປປ ລາວ ເຂົ້າຮ່ວມ.

,

ໃນພິທີ, ພຣະເທບເວທີ ຮອງອະທິການບໍດີ ມະຫາວິທະຍາໄລ ມາຫາຈຸລາລົງກອນ ຣາຊະວິທະຍາ​ໄລ ໄດ້ມີຄຳເຫັນ ແລະ ກໍໄດ້ມອບປະລິນຍາ ດຸສະດີບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ ໃຫ້ແກ່ ທ່ານ ໄຊສົມພອນ ພົມວິຫາ

ນ ຊຶ່ງການທີ່ໄດ້ຮັບປະລິນຍາຄັ້ງນີ້ ກໍແມ່ນໃນນາມທີ່ ທ່ານ ເຄີຍເປັນປະທານສູນ​ກາງແນວລາວສ້າງຊາດ ແລະ ໄດ້ມີຜົນງານດີເດັ່ນໃນການເຄື່ອນໄຫວປະກອບສ່ວນສົ່ງເສີມ ແລະ ທະລຸບໍາລຸງພະພຸດທະສາສະໜາຢ່າງກວ້າງຂວາງ,

ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ລາວ – ໄທ.

,,

(ຂ່າວ-ພາບ: ສຸກສະຫວັນ)

Leave a Reply

Your email address will not be published. Required fields are marked *

Back to top button