ຮ່ວມ​ເຊຍ ທີມ​ຊາດ​ລາວ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ ຊີງແຊ້ມອາຊຽນ ປະຈຳປີ 2022

ຮ່ວມ​ເຊຍ ທີມ​ຊາດ​ລາວ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ

ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊຽນ ປະຈຳປີ 2022 ໂດຍມີ 12 ປະເທດເຂົ້າຮ່ວມ, ແບ່ງອອກ 3 ກຸ່ມ ຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີ 1 ທີມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.

ທີມຊາດລາວ ແມ່ນຢູ່ຮ່ວມກຸ່ມ ບີ ປະກອບມີ: ໄທ , ຕີມໍ ເລສເຕ , ລາວ ແລະ ບຣູໄນ ແຂ່ງຂັນໃນລະຫວ່າງວັນທີ 31 ກໍລະກົດ ຫາ 12 ສິງຫາ 2022 ເຊິ່ງ ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ.

ຕາ​ຕະ​ລາງ ການ​ແຂ່ງ​ຂັນ​ຂອງ​ ທີມ​ຊາດ​ລາວ

+ ວັນ​ທີ 01/08/2022 ເວ​ລາ 15:00 ທີມ​ຊາດ​ຕີ​ມໍ ເລ​ສ​ເຕ ພົບ ທີມ​ຊາດ​ລາວ

+ ວັນ​ທີ 04/08/2022 ເວ​ລາ 19:00 ທີມ​ຊາດ​ລາວ ພົບ ທີມ​ຊາດ​ໄທ

+ ວັນ​ທີ 07/08/2022 ເວ​ລາ 15:00 ທີມ​ຊາດລາວ ພົບ ທີມ​ຊາດບ​ຣ​ູ​ໄນ​

ຈັບສະຫລາກແບ່ງກຸ່ມການແຂ່ງຂັນຟຸດຊໍ ຊີງຂັນປະທານ ສຕລ

ຕອນບ່າຍ ວັນອັງຄານ 26 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີຈັບສະຫລາກແບ່ງກຸ່ມ ແລະ ຖະແຫລງຂ່າວ ການແຂ່ງຂັນຟຸດຊໍ ຊີງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ REVIVE FUTSAL CUP 2022

ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30 ກໍລະກົດ ຫາ 03 ກັນຍາ 2022 ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ປະສິດ ສຸພາບ ຮອງປະທານສຕລທັງເປັນຫົວຫນ້າອະນຸກຳມະການຟຸດຊໍ,

ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ, ທ່ານ ທະວັດໄຊ ອຸດົມວິໄລ ຜູ້ຈັດການກິດຈະກຳອຸປະຖຳ ບໍລິສັດ ເບຍລາວ ຈຳກັດ, ທ່ານ ພຸດດາມອນ ຈັນທະລາສີ ປະທານບໍລິສັດ ເຊຍ ສະປອດ ແອນ ເອັນເຕີເມັ້ນ ຈຳກັດ, ພ້ອມດ້ວຍວິຊາການ, ຕາງຫນ້າກຳມະການ, ບັນດາທີມ, ນັກກິລາ ແລະ ສື່ມວນຊົນ ເຂົ້າຮ່ວມ.

ການແຂ່ງຂັນຟຸດຊໍ ຊີງຂັນປະທານ ສຕລ REVIVE FUTSAL CUP 2022 ຄັ້ງນີ້ມີທີມເຂົ້າຮ່ວມ 16 ທີມຄື:

1. ສະໂມສອນ ເບ ປີ້ງແບ້

2. ສະໂມສອນ ໂຮງແຮມປານີ

3. ສະໂມສອນ ແຄນລາວ ຢູໄນເຕັດ

4. ສະໂມສອນ ບໍລິສັດ ອາສາ

5. ສະໂມສອນ ເອສອີຊີ ຢູໄນເຕັດ

6. ສະໂມສອນ ຄິງດອມ ເອັຟຊີ

7. ສະໂມສອນ ເໜືອ-ໃຕ້ ເອັຟຊີ

8. ສະໂມສອນ ຈຳປາ ເອັຟຊີ

9. ສະໂມສອນ ຈັນສີ ຂົນສົ່ງ

10. ສະໂມສອນ ເອັສທີ ທີ ເອັຟຊີ

11. ສະໂມສອນ ເອັຟ ເອັສ ແອວ ເອັຟຊີ

12. ສະໂມສອນ ນ້ຳເຕົ້າຮູ້ – ຕຸ້ຍ ຈ່ອຍ

13. ສະໂມສອນ ອໍນິວ ເອັຟຊີ

14. ສະໂມສອນ ຊາວະ ນະຄອນຫຼວງ

15. ສະໂມສອນ ເຄພີເອັສ ເອັຟຊີ

16. ສະໂມສອນ ຊັບ – ອິນ ເອັຟຊີ

ການຈັດການແຂ່ງຂັນແມ່ນນຳໃຊ້ວິທີ ແບ່ງສາຍ ( Round Robin) ຊຶ່ງແບ່ງອອກເປັນ 4 ສາຍ ເຕະຄົບກັນໝົດນັບເອົາຄະແນນທີ່ດີທີ່ສຸດ, ເອົາທີ 1 ແລະ ທີ 2 ຂອງສາຍ ແຕ່ລະສາຍ ຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ.

ຜົນການຈັບສະຫລາກມີດັ່ງນີ້:

– ກຸ່ມA : ສະໂມສອນ ເບ ປີ້ງແບ້,ສະໂມສອນ ໂຮງແຮມປານີ, ສະໂມສອນ ແຄນລາວ ຢູໄນເຕັດ ແລະ ສະໂມສອນ ບໍລິສັດ ອາສາ.

– ກຸ່ມ B : ສະໂມສອນ ເອສອີຊີ ຢູໄນເຕັດ, ສະໂມສອນ ຄິງດອມ ເອັຟຊີ,ສະໂມສອນ ເຫນືອ-ໃຕ້ ເອັຟຊີ ແລະ ສະໂມສອນ ຈຳປາ ເອັຟຊີ.

– ກຸ່ມ C : ສະໂມສອນ ຈຳປາ ເອັຟຊີ, ສະໂມສອນ ຈັນສີ ຂົນສົ່ງ, ສະໂມສອນ ເອັສທີ ທີ ເອັຟຊີ,ສະໂມສອນ ເອັຟ ເອັສ ແອວ ເອັຟຊີ ແລະ ສະໂມສອນ ນ້ຳເຕົ້າຮູ້ – ຕຸ້ຍ ຈ່ອຍ.

– ກຸ່ມ D : ສະໂມສອນ ອໍນິວ ເອັຟຊີ, ສະໂມສອນ ຊາວະ ນະຄອນຫຼວງ, ສະໂມສອນ ເຄພີເອັສ ເອັຟຊີ ແລະ ສະໂມສອນ ຊັບ – ອິນ ເອັຟຊີ.

ນອກຈາກການຈັບສະຫລາກແບ່ງກຸ່ມແລ້ວຍັງມີພິທີມອບເງິນສະໜັບສະຫນູນ ໂດຍແມ່ນ ທ່ານ ທະວັດໄຊ ອຸດົມວິໄລ ຜູ້ຈັດການກິດຈະກຳອຸປະຖຳ ບໍລິສັດ ເບຍລາວ ຈຳກັດ ມອບເງິນມູນຄ່າ 105.000.000 ກີບ ກ່າວຮັບໂດຍ ແມ່ນ ທ່ານ ປະສິດ ສຸພາບ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຟຸດຊໍ.

ການແຂ່ງຂັນໃນຄັ້ງນີ້ ທີມຊະນະເລີດ ຈະໄດ້ຮັບເງິນ 10.000.000 ກີບ ພ້ອມຂັນແຊ້ມ ແລະ ຫລຽນ, ອັນດັບ 2 ຈະໄດ້ຮັບເງິນລາງວັນ 5.000.000 ກີບ, ອັນດັບ 3 ຈະໄດ້ຮັບເງິນ 3.000.000 ກີບ,

ນອກຈາກນັ້ນຍັງມີລາງວັນຄູຝຶກດີເດັ່ນ, ຜູ້ຮັກສາປະຕູດີເດັ່ນ, ນັກເຕະທີ່ຍິງປະຕູສູງສຸດ ແລະ ນັກກິລາດີເດັ່ນ ແມ່ນຈະໄດ້ຮັບຂັນ.

ການແຂ່ງຂັນແມ່ນຈະເລີ່ມວັນທີ 30 ກໍລະກົດ ຫາ 03 ກັນຍາ 2022 ຢູ່ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ .

CR: ສຕລ

Leave a Reply

Your email address will not be published. Required fields are marked *

Back to top button