ກຽມເຊຍ ເດີ້!..ຂໍເປັນກຳລັງໃຈໃຫ້ໂຕແທນປະເທດ ທີ່ກະກຽມເດີນທາງໄປເຂົ້າ ຮ່ວມແຂ່ງຂັນ ອາມີເກມ ໃນປີນີ້

20 ກໍລະກົດ ຢູ່ທີ່ ສະໜາມຫັດແອບ ວິທະຍາຄານ ກົມມະດໍາ ທີມເຫຼົ່າຮົບລົດຕັງ- ຍານເກາະກອງທັບປະຊາຊົນລາວ ໄດ້ສະແດງການເຝິກຊ້ອມ ກ່ອນເດີນທາງເຂົ້າ

ຮ່ວມການແຂ່ງຂັນກີລາການທະຫານນາໆຊາດ ອາມີເກມ ທີ່ ສ ຣັດເຊຍ ໃນປີ 2022 ໂດຍຂ້າພະເຈົ້າເຂົ້າຮ່ວມສັງເກດການ ແລະໃຫ້ກຳລັງໃຈທະຫານທີ່ເປັນໂຕແທນໄປແຂ່ງຂັນ ເພື່ອສ້າງຊື່ສຽງໃຫ້ແກ່ປະເທດຊາດລາວຂອງເຮົາ

ຂ້າພະເຈົ້າມີໂອກາດໄດ້ເຫັນການຝືກແອບ ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມການອົດທົນຕໍ່ຄວາມຮ້ອນ ແຕ່ລະຄົນມີຫົວໃຈແລະເປົ້າຫມາຍຊັດເຈນ ເພື່ອປະເທດຊາດ

ໂດຍເລີ່ມຈາກລົດອອກຮັບລູກ ກະສຸນ, ຍິງເປົ້າໝາຍຄົ່ງທີ່, ການ ຂັບຂີ່ລົດຕັງຜ່ານສິ່ງກີດຂວາງ ແລະ ການເຄື່ອນທີ່ຍິງເປົ້າໝາຍ

ຂໍເປັນກຳລັງໃຈໃຫ້ໂຕແທນປະເທດ ທີ່ກະກຽມເດີນທາງໄປເຂົ້າ ຮ່ວມແຂ່ງຂັນ ອາມີເກມ ໃນປີນີ້ ໃຫ້ສືບຕໍ່ກະກຽມ ຄວາມພ້ອມຮອບດ້ານແຕ່ນີ້ຮອດ ມື້ເດີນທາງ

ພ້ອມກັນອົດທົນຜ່ານ ຜ່າຂໍ້ຫຍຸ້ງຍາກນາໆປະການເພື່ອ ເຮັດສໍາເລັດໜ້າທີ່ຂອງຕົນທີ່ກອງ ທັບ ແລະ ປະເທດຊາດມອບໝາຍ ໃຫ້ຍາດໃຫ້ໄດ້ຜົນສຳເລັດອັນ ຄັ້ງໃໝ່ໃຫຍ່ຫຼວງກວ່າເກົ່າ

ຂໍພີ່ນ້ອງປະຊາຊົນລາວ ຮ່ວມໃຈເຊຍ

,,,

Leave a Reply

Your email address will not be published. Required fields are marked *

Back to top button