ຊ່ວຍແຊ!.. ເພື່ອເປັນກຳລັງໃຈໃຫ້ ທິມຫຼານນ້ອຍ 🇱🇦 ສູ້ໆ ເຊີ່ງພົບກັບແຕ່ລະທິມຊາດຄື..

ຂໍໄປລ້າງຕາແທນລຸ້ນອ້າຍ U19 ທີ່ແພ້ເມເລເຊຍໃນນັດຊິງຊະນະເລີດທີ່ຜ່ານມາ.

ລາວ🇱🇦ສົ່ງນັກເຕະລຸ້ນຈິ໋ວU8 ໄປລ້າງຕາໃຫ້ U19 ທີ່ປະເທດມາເລເຊຍ

ຕອນເຊົ້າວັນທີ 20/07/2022 ທິມນັກເຕະບານລຸ້ນຈິ໋ວ ອາຍຸຍບໍ່ເກີນ 8 ປີ ຫລື U8 ອອກເດີນທາງສູ່ປະເທດມາເລເຊຍ ເພື່ອແຂ່ງຂັນລາຍການ ລາລີກາ 2022 ຊຶ່ງແມ່ນທິມຈາກ Mazda GB FC U8

ລາຍການແຂ່ງຂັນ LaLiga Youth Tournament 2022 ທີ່ປະເທດ ມາເລເຊຍ ສະໂມສອນ Mazda GB FC ໄດ້ຕາງຫນ້າໃຫ້ປະເທດລາວ ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແລະ ກໍ່ເປັນເທື່ອທຳອິດ ແລະ ຄັ້ງປະຫວັດສາດຂອງລາວເຮົາທີ່ເຂົ້າຮ່ວມການແຂ່ງຂັນໃນລາຍການລະດັບໂລກຢ່າງ LaLiga.

,,

ການແຂ່ງຂັນໃນນີ້ແມ່ນມີຫລາຍປະເທດໃນຂົງເຂດອາຊຽນຂອງພວກເຮົາເຂົ້າຮ່ວມ ເຊັ່ນ ປະເທດໄທ, ຟີລິປີ້ນ, ອີນໂດເນເຊຍ, ລາວ ແລະ ເຈົ້າພາບ ມາເລເຊຍ.

ຜົນການຈົກສະຫລາກແບ່ງກຸ່ມ ລາວເຮົາຈະຢູ່ກຸ່ມ B:

– ວັນທີ 23/7/2022 Mazda GB FC U8 ພົບ Kulai Intelek FC U8 ຈາກປະເທດ ມາເລເຊຍ ໃນເວລາ 9:30.

– ວັນທີ 23/7/2022 Mazda GB FC U8 ພົບ Akademi Wira Muda U8 ຈາກປະເທດ ມາເລເຊຍ ໃນເວລາ 11:30.

– ວັນທີ 23/7/2022 Mazda GB FC U8 ພົບ ATPP U8 ຈາກປະເທດ ອີນໂດເນເຊຍ ໃນເວລາ 14:00.

ຢ່າລືມຢ່າພາດ ສົ່ງກຳລັງໃຈເຊຍໃຫ້ສະໂມສອນຈາກ ສປປ ລາວເຮົາ Mazda GB FC U8 ໃນເວທີ ລະດັບຊາດ 🇱🇦🇱🇦🇱🇦

ຊ່ວຍແຊຣ໌ ເພື່ອເປັນກຳລັງໃຈໃຫ້ທິມຫຼານນ້ອຍ🇱🇦ສູ້ໆ

Leave a Reply

Your email address will not be published. Required fields are marked *

Back to top button