ທະນາຄານ ພັດທະນາລາວ ອັດສີດເງິນ ທິມຊາດລາວ ຈໍານວນ 280 ລ້ານ ກີບ, ຖ້າຊະນະມາເລເຊຍ ຈະໃຫ້ຕື່ມ

ທະນາຄານ ພັດທະນາລາວ ອັດສີດເງິນ ຈໍານວນ 280.000.000 ກີບ

ໃຫ້ແກ່ຄະນະນັກກິລາ ແລະ ຄະນະຄູຝຶກ ທີມຊາດລາວ ທີ່ຜ່ານເຂົ້າຮອບຊິງຊະນະເລີດ ບານເຕະ AFF-U19 2022 ແລະ ພ້ອມອັດສີດຕື່ມ ເປັນເງິນລວມທັງໝົດ 606.000.000 ກີບ ຖ້າຫາກສາມາດຄວ້າແຊັມມາໄດ້

ເພື່ອເປັນກໍາລັງໃຈ ໃຫ້ແກ່ ຄະນະນັກກິລາ ແລະ ຄະນະຄູຝຶກ ບານເຕະທີມຊາດລາວ ໃນການເຂົ້າຮ່ວມແຂ່ງຂັນກິລາບານເຕະ ຊິງແຊັມອາຊຽນ ລຸ້ນອາຍຸບໍ່ເກີນ 19 ປີ (U19) ທີ່ສາມາດຜ່ານເຂົ້າສູ່ຮອບຊິງຊະນະເລີດ ບານເຕະ AFF-U19 2022 ທີ່

ປະເທດອິນໂດເນເຊຍ ໃນວັນທີ 13/07/2022 ທີ່ຜ່ານມາ, ທະນາຄານ ພັດທະນາລາວ ໄດ້ມອບເງິນສະໜັບສະໜູນ ຈໍານວນ 280.000.000 ກີບ ໃຫ້ແກ່ ຄະນະນັກກິລາ ແລະ ຄະນະຄູຝຶກ ບານເຕະທີມຊາດລາວ ທີ່ສາມາດຍາດໄດ້ໄຊຊະນະ ເໜືອທີມຊາດໄທ ແລະ ຜ່ານເຂົ້າໄປສູ່ຮອບຊິງຊະນະເລີດ ພົບກັບ ທີມຊາດມາເລເຊຍ; ໂດຍແບ່ງເງິນສະໜັບສະໜູນ ໃຫ້ນັກກິລາ

ຜູ້ລະ 10,000,000 ກີບ ຈໍານວນທັງໝົດ 23 ທ່ານ (ລວມເປັນເງິນ: 230.000.000 ກີບ) ແລະ ຄະນະຄູຝຶກ 50.000.000 ກີບ.

ນອກຈາກນັ້ນ, ທະນາຄານ ພັດທະນາລາວ ຍັງມີຄວາມຕັ້ງໃຈ ທີ່ຈະສືບຕໍ່ເພີ່ມຂວັນກໍາລັງໃຈ ໃຫ້ແກ່ນັກກິລາບານເຕະ ທີມຊາດລາວ ທຸກໆທ່ານ, ຖ້າຫາກ ສາມາດຄວ້າແຊັມ ໃຫ້ແກ່ ສປປ ລາວ ໄດ້

ໃນການແຂ່ງຂັນຮອບຊິງຊະນະເລີດ ແມ່ນຈະເພີ່ມວົງເງິນອັດສີດຕື່ມອີກ ເປັນຈໍານວນລວມທັງໝົດ 606.000.000 ກີບ ໃຫ້ຄະນະນັກກິລາ ແລະ ຄະນະຄູຝຶກ ບານເຕະ ທີມຊາດລາວ; ໂດຍແບ່ງຊັດສ່ວນ ເງິນສະໜັບສະໜູນ

ມອບໃຫ້ນັກກິລາ ຜູ້ລະ 22,000,000 ກີບ ຈໍານວນທັງໝົດ 23 ທ່ານ (ລວມເປັນເງິນ: 506.000.000 ກີບ) ແລະ ຄະນະຄູຝຶກ 100.000.000 ລ້ານກີບ.

ທະນາຄານ ພັດທະນາລາວ ພ້ອມທີ່ຈະເປັນສ່ວນໜຶ່ງ ໃນການຊຸກຍູ້ ສົ່ງເສີມກິລາບານເຕະ ແລະ ນັກກິລາ ທີມຊາດລາວ ເພື່ອເປັນຕົວແທນຂອງ ສປປ ລາວ ໃນການສ້າງຊື່ສຽງອັນດີ

ຢູ່ໃນເວທີສາກົນ, ເປັນນັກກິລາລຸ້ນສືບທອດຂອງປະເທດຊາດໃນຕໍ່ໜ້າ ແລະ ເປັນແບບຢ່າງ ໃນການສ້າງແຮງບັນດານໃຈ ໃຫ້ແກ່ນັກກິລາລຸ້ນໃໝ່ ໃຫ້ມີຄວາມມຸ່ງໝັ້ນ

ພັດທະນາຕົນເອງ ເພື່ອໃຫ້ໄດ້ເປັນຕົວແທນ ຂອງກິລາບານເຕະ ທີມຊາດລາວ ໃນລຸ້ນຕໍ່ໆໄປ.

ຄີລບ

Leave a Reply

Your email address will not be published. Required fields are marked *

Back to top button