ລາວຕ່າງຈາກປະເທດອື່ນທີ່ເກີດວິກິດ ທີ່ບໍ່ມີຄວາມສາມາດຊໍາລະໜີ້ສິນຕ່າງປະເທດໄດ້ ຈົນນໍາໄປສູ່ການລົ້ມລະລາຍ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ກ່າວວ່າ “ສປປ ລາວ ອາດຈະຕ່າງຈາກປະເທດອື່ນທີ່ເກີດວິກິດ ທີ່ບໍ່ມີຄວາມສາມາດຊໍາລະໜີ້ສິນຕ່າງປະເທດໄດ້ (ຈົນນໍາໄປສູ່ການລົ້ມລະລາຍ),

ແຕ່ພວກເຮົາມີທ່າແຮງບົ່ມຊ້ອນ ໂດຍສະເພາະຊັບພະຍາກອນທຳມະຊາດ ແລະ ຖານການຜະລິດເຮົາຈຳນວນໜຶ່ງ ທີ່ເປັນທ່າແຮງສຳລັບຄໍ້າປະກັນໃຫ້ ສປປ ລາວ ໃນການຊໍາລະໜີ້ຕ່າງປະເທດໄດ້”

ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ຕື່ມວ່າ: ລາວເຮົາມີລາຍຮັບງົບປະມານປົກກະຕິພາຍໃນ ແມ່ນກຸ້ມລາຍຈ່າຍປົກກະຕິພາຍໃນ ເປັນຕົ້ນ: ລາຍຈ່າຍເງິນເດືອນ, ລາຍຈ່າຍບໍລິຫານປົກກະຕິຂອງລັດຖະບານ ແລະ ລາຍຈ່າຍລົງທຶນພາຍໃນ;

ແຕ່ບັນຫາໃຫຍ່ ແມ່ນບໍ່ມີເງິນຊໍາລະໜີ້ສິນຕ່າງປະເທດ ອັນນີ້ຄືບັນຫາທີ່ໄດ້ຕັ້ງຂຶ້່ນ; ດັ່ງນັ້ນ, ບັນດາເຈົ້າໜີ້ຕ່າງໆ ທີ່ກົດດັນໃນປັດຈຸບັນ ໄດ້ຖາມວ່າຈະເອົາຫຍັງມາຊໍາລະ ແລະ ຈະເອົາມາແຕ່ໃສ.

ຕໍ່ບັນຫານີ້ ສປປ ລາວ ອາດຕ່າງຈາກປະເທດອື່ນທີ່ເກີດວິກິດແລ້ວບໍ່ມີຄວາມສາມາດຊໍາລະໜີ້ສິນຕ່າງປະເທດໄດ້ ແຕ່ລາວເຮົາມີທ່າແຮງບົ່ມຊ້ອນ ໂດຍສະເພາະຊັບ ພະຍາກອນທຳມະຊາດ ແລະ ຖານການຜະລິດເຮົາຈຳນວນໜຶ່ງ ທີ່ເປັນທ່າແຮງສຳລັບຄໍ້າປະ ກັນ ໃນການຊໍາລະໜີ້ຕ່າງປະເທດ.

ຢ່າງໃດກໍຕາມ ນອກຈາກໜີ້ຕ່າງປະເທດແລ້ວ ລາວເຮົາຍັງມີໜີ້ພາຍໃນປະເທດ ທີ່ລັດຖະບານອອກພັນທະບັດຄັງເງິນຜ່ານທະນາຄານ ແຫ່ງ ສປປ ລາວ,

ຜ່ານຕະຫຼາດຫຼັກຊັບ ເພື່ອມາດຸ່ນດ່ຽງການຂາດດຸນແຕ່ລະປີແມ່ນສູງສົມຄວນ ຊຶ່ງເຮົາຕ້ອງແບກພາລະວ່າ ໜຶ່ງແມ່ນຊໍາລະໜີ້ພາຍໃນ ແລະ ສອງແມ່ນຊໍາລະໜີ້ຕ່າງປະເທດ ບໍ່ນັບໜີ້ລົງທຶນຂອງລັດ ທີ່ໄດ້ກວດກາແລ້ວ ທີ່ໄດ້ເຂົ້າໃນບັນຊີຊໍາລະແລ້ວ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button