ລາວ ມີມູນຄ່າການສົ່ງອອກຜະລິດຕະພັນ ບໍ່ແຮ່ ຫລາຍ ແຕ່ ເງີນເຂົ້າມາຫນ້ອຍ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວໃນກອງປະຊຸມວ່າ: ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເຕັມສ່ວນ ເຊີ່ງໃນນັ້ນ

ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ ມີມູນຄ່າການສົ່ງອອກຜະລິດຕະພັນ ບໍ່ແຮ່ ມີທັງໝົດ 2,06 ຕື້ໂດລາ ( ທຽບເທົ່າ 30,967,980,000,000 ກີບ.) ເງິນໂອນເຂົ້າປະເທດຕົວຈິງພຽງແຕ່ 1,35 ຕື້ໂດລາ ( ທຽບເທົ່າ 20,294,000,000,000 ກີບ.) ແລະ

ສົ່ງອອກກະແສໄຟຟ້າ ມີທັງໝົດ 2,58 ຕື້ໂດລາສະຫະລັດ ( ທຽບເທົ່າ 38,785,000,000,000 ກີບ.) ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ ປະມານ 0,35 ຕື້ໂດລາ ( ທຽບເທົ່າ 5,261,000,000,000 ກີບ.)

ນອກນັ້ນທ່ານຍັງໄດ້ກ່າວວ່າ ໃນສັງຄົມ ຍັງມີການນໍາໃຊ້ເງິນຕາຕ່າງປະເທດຊະຊາຍ ໂດຍສະເພາະ ໃນບາງເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ ແລະ ຍັງມີການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ

ຕໍ່ບັນຫາດັ່ງກ່າວ ໄດ້ສ້າງຄວາມກົດດັນຕໍ່ຄ່າເງິນກີບ ( ອ່ອນຄ່າລົງ) ແລະ ສົ່ງຜົນຕໍ່ຄວາມຍືນຍົງດ້ານເສດຖະກິດມະຫາພາກຂອງປະເທດ ໂດຍສະເພາະ ແມ່ນເຮັດໃຫ້ລາຄາສີນຄ້າ ເພີ່ມຂື້ນສູງ.

ສັງລວມໂດຍ NN News. ເຊີ່ງອ້າງຈາກ: ຂປລ

Leave a Reply

Your email address will not be published. Required fields are marked *

Back to top button