ລົດ ສປປລາວ ໄປເຕີມນ້ຳມັນຢູ່ໄທ ພັດບໍ່ຈ່າຍເງີນ

ວັນນີ້ 28/6/22 ຜູ້ສື່ຂ່າວໄດ້ຮັບຮ້ອງຮຽນຈາກພະນັກງານປ້ຳນ້ຳມັນແຫ່ງຫນຶ່ງໃນເຂດເທດສະບານເມືອງຫນອງຄາຍ(ໄທ) ໂດຍພະນັກງານຄົນດັ່ງກ່າວໄດ້ນຳຄລີບວີດີໂອກ້ອງວົງຈອນປິດ

ຂະນະທີ່ລົດຍົນ ກະບະສີຂາວ ປ້າຍທະບຽນ ກ.. 5511 ກຳແພງນະຄອນ (ລາວ) ຂັບເຂົ້າເຕີມນ້ຳມັນເມື່ອເວລາ 14:00 ໂມງ.ຂອງມື້ວານນີ້ (27/6/22) ໃນລາຄາ 1,000 ບາດ

ເມື່ອພະນັກງານປ້ຳນ້ຳມັນເຕີມນ້ຳມັນໃຫ້ເສັດ ລົດຄັນດັ່ງກ່າວໄດ້ຂັບລົດອອກໄປເລີຍໂດຍບໍ່ໄດ້ຈ່າຍຄ່ານ້ຳມັນ ພາຍຫລັງເກີດເຫດພະນັກງານປ້ຳນ້ຳມັນຄົນດັ່ງກ່າວຕ້ອງໄປນັ່ງລໍທີ່ດ່ານ

ຂົວມິດຕະພາບໄທ-ລາວ ແຫ່ງທີ1 ເພື່ອວ່າລົດຄັນດັ່ງກ່າວຈະເດີນທາງກັບ ສປປ.ລາວ ຈະໄດ້ແຈ້ງໃຫ້ຮູ້ວ່າລືມຈ່າຍເງີນຄ່ານ້ຳມັນເພາະເງີນຈຳນວນດັ່ງກ່າວຫາກບໍ່ມີການຊຳລະ ພະນັກງານຄົນທີ່ເຕີມໃຫ້ຕ້ອງຮັບຜິດຊອບແທນ ຄອບຄົວຕ້ອງລຳບາກ.

ນັ່ງລໍຈົນເຖີງເວລາ 22:00ໂມງແຕ່ບໍ່ພົບລົດຄັນດັ່ງກ່າວນັ້ນ້ເລີຍ.

ຖ້າເຈົ້າຂອງລົດຄັນດັ່ງກ່າວເຫັນຂ່າວນີ້ແລ້ວໂອນເງີນມາຈ່າຍໃຫ້ພະນັກງານແດ່ເດີ

(ເພາະທ່ານອາດຈະລືມກໍ່ເປັນໄດ້ ແຕ່ຖ້າເຫັນຂ່າວນີ້ແລ້ວໂອນມາຈ່າຍແດ່ເດີ.)

ເງີນ1,000ບາດ ລົດຄັນດຽວເຮັດເສຍຫາຍທັງປະເທດສ້າງວິລະກຳເຕີມນ້ຳມັນແລ້ວຊີ້ງ……

ຊົມຄລີບ

ຂໍ້ມູນຈາກ: ข่าวออนไลน์หนองคาย

Leave a Reply

Your email address will not be published. Required fields are marked *

Back to top button